Home ອຸບັດຕິເຫດ ລົດເມຕໍາທ້າຍລົດຂົນສົ່ງ ຄົນຕິດຄາລົດ ຂາຫັກສອງບັ້ນ ທີ່ເມືອງວັງວຽງ 2/5/19
ລົດເມຕໍາທ້າຍລົດຂົນສົ່ງ ຄົນຕິດຄາລົດ ຂາຫັກສອງບັ້ນ ທີ່ເມືອງວັງວຽງ 2/5/19
May 03, 2019 0
ແຂວງວຽງຈັນ: ກາຍເປັນອຸບັດຕິເຫດ ທີ່ໜ້າຕົກໃຈ ທີ່ເກີດຂຶ້ນກັບ ລົດໂດຍສານ ຫຼາຍກໍລະນີ ໃນວັນທີ 2 ພຶດສະພາ 2019. ອີກກໍລະນີ ລາຍງານຈາກ ກູ້ໄພ 1623 ແຂວງວຽງຈັນ ໃຫ້ຮູ້ວ່າ ເວລາ 11:10 ໂມງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ສາຂາແຂວງວຽງຈັນ ເມືອງວັງວຽງ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 1623 ວ່າມີເຫດ ລົດໃຫ່ຍຕໍາກັບລົດໃຫ່ຍຮຸນແຮງ. ຈຸດເກີດເຫດ ບ້ານສີວິໄລ ເມືອງວັງວຽງ ແຂວງວຽງຈັນ.
ດັ່ງນັ້ນໜ່ວຍກູ້ໄພມູນນິທິຈຶ່ງໄດ້ທຳການປະຖົມພາຍາບານຂັ້ນເບື້ອງຕົ້ນໃຫ້ຄົນເຈັບແລ້ວນຳສົ່ງຄົນເຈັບໄປທີ່ ໂຮງຫມໍ 108.
ເຕືອນໄພ ອ້າຍນ້ອງໂຊເຟີ ຕ້ອງມີສະຕິລະມັດລະວັງຕົວ ໃຫ້ສູງທີ່ສຸດ. ຍາມນີ້ອາກາດຮ້ອນແດ່ ອາດເຮັດໃຫ້ ສະພາບຈິດໃຈ ແລະ ທັດສະນະວິໄສ ໃນການເບິ່ງ ມີບັນຫາ. ຕ້ອງພັກຜ່ອນໃຫ້ພຽງພໍ ແລະ ຖ້າອິດເມື່ອຍຕ້ອງຈອດລົດພັກທັນທີ. ຢ່າປະໝາດເດັດຂາດ.
ລາຍງານໂດຍ: 1623 ແຂວງວຽງຈັນ
--------------------------------
Subscribe to:
Post Comments
(
Atom
)










Post a Comment