ປກສ ນະຄອນຫຼວງວຽງຈັນ ຈັດພິທີ ມອບ-ຮັບໜ້າທີ່ ຮອງຫົວໜ້າກອງບັນຊາການ



ນະຄອນຫຼວງວຽງຈັນ: ໃນຕອນບ່າຍຂອງວັນທີ 2 ພຶດສະພາ 2019, ທີ່ຫ້ອງປະຊຸມຊັ້ນ 1 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ພຈົວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນວ, ມີບັນດາຄະນະກອງບັນຊາການ, ຄະນະຫ້ອງ, ຫົວໜ້າພະແນກ ແລະຄະນະບັນຊາ ປກສ 9 ເມືອງເຂົ້າຮ່ວມ. ໄດ້ຈັດພິທີເຊັນມອບ-ຮັບໜ້າທີ່ ລະຫວ່າງ





ພັທ ສົມສັກ ປັນຍາສີ ຮອງຫົວໜ້າກອງບັນຊາການ ປກສ ນວ ( ຜູ້ເກົ່າ ) ກັບ ພັທ ສຸກພະຈັນ ບຸດດາຄຳ ຮອງຫົວໜ້າກອງບັນຊາການ ປກສ ນວ ( ຜູ້ໃໝ່ )






ພັອ ທົງສະຫວັດ ຫຼວງຈັນດາວົງສ໌ ຮອງຫົວໜ້າກອງບັນຊາການ ປກສ ນວ ( ຜູ້ເກົ່າ ) ກັບ ພັທ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາການ ປກສ ນວ ( ຜູ້ໃໝ່ ), 





ໃນພິທີ ຮອງຫົວໜ້າກອງບັນຊາການ ປກສ ນວ (ຜູ້ເກົ່າ ) ທັງ 2 ສະຫາຍໄດ້ລາຍງານສະພາບຈຸດພິເສດ, ຜົນງານ, ຈຸດດີ-ຈຸດອ່ອນ ແລະ ຂໍ້ຄົງຄ້າງບາງດ້ານ ທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າໃຫ້ສໍາເລັດ. ຜ່ານການຊີ້ນໍາໆພາ ແລະ ຈັດຕັ້ງປະຕິບັດໃນໄລຍະຜ່ານມາເຫັນວ່າ: ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແມ່ນມີຜົນງານອັນພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນ:



ວຽກງານການເມືອງແນວຄິດ, ບັນດາສະຫາຍໃນແຕ່ລະພະແນກແມ່ນເອົາໃຈໃສ່ປະຕິບັດໄດ້ດີ, ມີແນວຄິດອຸ່ນອ່ຽງທ່ຽງ, ເຊື່ອໝັ້ນຕໍ່ການຈັດຕັ້ງ, ການຊີ້ນໍາໆພາຂອງຂັ້ນເທິງໄດ້ດີ, ມີຄວາມສາມັກຄີແໜ້ນແຟ້ນ; ສ່ວນວຽກງານວິຊາສະເພາະເຫັນວ່າ: ພະນັກງານ-ນັກຮົບ ຂອງພວກເຮົາກໍສາມາດປະຕິບັດໄດ້ດີ, ມີຄວາມຕັ້ງໃຈສູງ ເຮັດລ້ອນໜ້າທີ່ຂອງຕົນຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້; ຄ່ຽງຄູ່ກັບຜົນງານ ແລະ ຈຸດດີດັ່ງກ່າວນີ້ ຢາກໃຫ້ຮອງຫົວໜ້າກອງບັນຊາການ ປກສ ນວ ( ຜູ້ໃໝ່ ) ທັງາສອງສະຫາຍສືບຕໍ່ປັບປຸງ, ແກ້ໄຂວຽກງານບາງດ້ານທີ່ຍັງຄົງຄ້າງໃຫ້ມີຜົນສໍາເລັດທີ່ມີຄຸນະພາບດີ, ສືບຕໍ່ຊີ້ນຳ-ນຳພາພະນັກງານ-ນັກຮົບ ທົ່ວກອງບັນຊາການ ປກສ ນວ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມເຂັ້ມງວດທາງດ້ານລະບຽບວິໄນ ຫຼາຍຂຶ້ນເປັນກ້າວໆ.


ພັທ ສຸກພະຈັນ ບຸດດາຄໍາ ຮອງຫົວໜ້າກອງບັນຊາການ ປກສ ນວ ( ຜູ້ໃໝ່ ) ໄດ້ຕ່າງໜ້າຂຶ້ນກ່າວຮັບໜ້າທີ່ໂດຍມີເນື້ອໃນບາງຕອນວ່າ: ຂອບໃຈຕໍ່ການຈັດຕັ້ງທີ່ໄວ້ເນື້ອເຊື່ອໃຈ ແລະ ມອບໝາຍພາລະກິດອັນໃຫຍ່ຫຼວງ ແລະ ສໍາຄັນນີ້ໃຫ້, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະສືບຕໍ່ປັບປຸງແກ້ໄຂວຽກງານຈຸດອ່ອນ ແລະ ຂໍ້ຄົງຄ້າງບາງດ້ານໃຫ້ສໍາເລັດ, ສືບຕໍ່ນຳເອົາຄວາມຮູ້, ຄວາມສາມາດທີ່ຕົນມີໝູນໃຊ້ເຂົ້າໃນວຽກງານຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ສໍາເລັດ, ຊີ້ນໍາໆພາພະນັກງານ-ນັກຮົບ ທົ່ວກອງຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງຍິ່ງໆຂຶ້ນ.

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes