ເຈົ້າເມືອງວິລະບູລີ, ບໍ່ສັ່ງລ້າໆ ຕ້ອງພາເຮັດ! ນໍາພາປະຊາຊົນ 3 ບ້ານ ປັບປຸງຄອງເໝືອງ



ສະຫວັນນະເຂດ: ເຈົ້າເມືອງວິລະບູລີ, ຜູ່ນໍາທີ່ຕ້ອງເອົາເປັນແບບຢ່າງ. ປະຕິບັດຕາມແນວທາງຂອງພັກ ຮັບໃຊ້ປະຊາຊົນ ຢ່າງໃກ້ຊິດ. ພາປະຊາຊົນເຮັດ ແລະ ລົງມືເຮັດແທ້ໆ. ທ່ານບອກວ່າ: ການນໍາພວກເຮົາ ບໍ່ຄວນພຽງແຕ່ເວົ້າໃນທິດສະດີຢ່າງດຽວ, ແຕ່ ເວົ້າແລ້ວ ໄດ້ລົງມືປະຕິບັດເຮັດແທ້ທຳຈິງ ປະຊາຊົນຈິ່ງຈະຮັບຮູ້ ແລະ ເຊື່ອໃຈໃນການນໍາພາ.





ທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ ໄດ້ ລົງນໍາພາ ແລະ ໃຊ້ສິດກັບພໍ່ແມ່ປະຊາຊົນ 3 ບ້ານ ຄື ບ້ານນາຍົມ, ບ້ານນາເຕີ້ ແລະ ບ້ານທາດ ພ້ອມດວ້ຍ ສະມາຊິກຊາວໜຸ່ມໂຮງຮຽນ ມສ ເມືອງວັງ ໃນການສ້ອມແປງແລະອະນາໄມຄອງເໝືອງຊົນລະປະທານນາເຕີ້ ໃນຄັ້ງວັນທີ 9 ພຶດສະພາ 2019 ທີ່ຜ່ານມາ ເພື່ອກຽມສູ່ການຜະລິດລະດູຝົນ ແລະ ກັກເກັບນ້ຳໃຫ້ພຽງພໍ່ຕໍ່ການຜະລິດຂອງຊາວນາຊາວກະສິກອນ







--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes