ພະນັກງານ ຂອງ ເຂື່ອນໄຟຟ້າ ຫ້ວຍລຳພັນໃຫຍ່ ຮ່ວມຊ່ວຍເຫຼືອ ຄອບຄົວທີ່ຖືກເຄາະຮ້າຍ ຈາກເຫດໄຟໄໝ້ ທີ່ ບ້ານ ນາພູຄໍາ



ການກຸສົນ: ພະນັກງານ ຂອງ ເຂື່ອນໄຟຟ້າ ຫ້ວຍລຳພັນໃຫຍ່ ຮ່ວມຊ່ວຍເຫຼືອຄອບຄົວທີ່ຖືກເຄາະຮ້າຍ ຈາກເຫດໄຟໄໝ້ ທີ່ ບ້ານ ນາພູຄໍາ ທີ່ປະສົບອັກຄີໄພໄຟໄໝ້ ໃນວັນທີ 14 ເມສາ 2019 ຜ່ານມາ. ການມອບການຊ່ວຍເຫຼືອແມ່ນໄດ້ຈັດ ໃນວັນທີ 10 ພຶດສະພາ 2019 ທີ່ຜ່ານມາ, ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ຂອງ ເຂື່ອນໄດ້ຮ່ວມໃຈກັນສົມທົບທຶນ ຈຳນວນ 6,820,000 ກີບ ລວມມີ ຜ້າຫົ່ມຮົ່ມ 22 ຜືນ, ສາດ 28 ຜືນ ແລະ ເງິນສົດມອບໃຫ້ແກ່ປະຊາຊົນຈຳນວນ 22 ຄອບຄົວ ຄອບຄົວລະ 150,000 ກີບ ຕໍ່ຄອບຄົວ ທີ່ເຄາະຮ້າຍ ຈາກເຫດໄຟໃໝ້ ທີ່ ບ້ານນາພູຄຳ ເມືອງຊະນະສົມບູນ ແຂວງຈຳປາສັກ .



ໃນພິທີ ມອບ-ຮັບ ໂດຍແມ່ນ ທ່ານ ຄຳມະນີ ອິນທະລັງສີ ຜູ້ອຳນວຍການເຂື່ອນ ພ້ອມດ້ວຍພະນັກງານ ແລະ ອໍານາດການປົກຄອງ ບ້ານນາພູຄຳ ພ້ອມດ້ວຍປະຊາຊົນຈຳນວນ 22 ຄອບຄົວ ໄດ້ເຂົ້າຮ່ວມຮັບ ວັດຖຸປັດໃຈ ຜ້າຮົ່ມ ແລະ ສາດ ທີ່ລະດົມໄດ້ ຈາກ ພະນັກງານພາຍໃນເຂື່ອນ ໃນເຫດການຄັ້ງນີ້ ແມ່ນ ເພື່ອເປັນການສະແດງເຖິງ ຄວາມເຫັນອົກເຫັນໃຈ ແລະ ເປັນການປະກອບສ່ວນໃນການຊ່ວຍ ບັນເທົາທຸກແກ່ຜູ້ທີ່ປະສົບເຄາະຮ້າຍຈາກເຫດການດັ່ງກ່າວ.





ພາບແລະຂ່າວ: ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes