ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງຈຳປາສັກຄົ້ນຄວ້າປຶກສາຫາລືວຽກງານຮ່ວມກັນ



ຈໍາປາສັກ: ໄອຍະການປະຊາຊົນແຂວງຈຳປາສັກ ແລະ ສານປະຊາຊົນແຂວງຈຳປາສັກໄດ້ເປີດກອງປະຊຸມຄົ້ນຄ້ວາປຶກສາຫາລືວຽກງານ ຮ່ວມກັນໃນວັນທີ 10 ພຶດສະພາ 2019 ນີ້, ພາຍໃຕ້ການເປັນປະທານຂອງທ່ານ ແກ້ວລັດຕະນະ ສີຫາວົງ ກຳມະການພັກແຂວງ ຫົວໜ້າອົງການໄອຍະການປະຊາຊົນແຂວງ,ມີຮອງຫົວໜ້າໄອຍະການປະຊາຊົນແຂວງ,ຮອງປະທານສານປະຊາຊົນແຂວງພ້ອມຄະນະສານ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.



ທ່ານ ແກ້ວລັດຕະນະ ສີຫາວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງຈຳປາສັກໄດ້ກ່າວວ່າ: ກອງປະຊຸມຄົ້ນຄ້ວາປືກສາຫາລືກັນໃນຄັ້ງນີ້ ມີຄວາມສຳຄັນຫຼາຍ ເນື່ອງຈາກຈະເຮັດໃຫ້ວຽກງານຂອງໄອຍະການປະຊາຊົນ ແລະສານປະຊາຊົນແຂວງ ມີຄວາມສະດວກ,ສອດຄ່ອງ,ວ່ອງໄວ ແລະ ມີຄວາມເປັນເອກະພາບກັນໃນການກວດກາ, ສະຫຼຸບລາຍງານຂໍ້ມູນ ຄະດີທີ່ເກີດຂື້ນຕໍ່ຂັ້ນເທິງ ເຊັ່ນ:



ສະຖີຕິຈໍານວນຄະດີແພ່ງ,ຄະດີອາຍາ.ການຕັດສິນແກ້ໄຂຄະດີ, ການປ່ອຍຕົວນັກໂທດ,ການຂໍອຸທອນ ແລະ ລົບລ້າງ ລວມທັງບັນຫາສຳຄັນອື່ນໆອີກ ທັງນີ້ກໍເພື່ອແນໃສ່ເພີ່ມປະສິດທິພາບການເຮັດວຽກຂອງສານປະຊາຊົນ ແລະອົງການໄອຍະການປະຊາຊົນ ໃຫ້ສູງຂຶ້ນ ສ້າງຄວາມເຊື່ອໝັ້ນ ແລະຮັບປະກັນຄວາມຖືກຕ້ອງຍຸຕິທຳໃຫ້ແກ່ສັງຫຼາຍກ່ວາເກົ່າ.



ຂ່າວໂດຍ: ເກດສະໜາ ແກ້ວສຸວັນນະແສງ

--------------------------------






© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes