ລົດຂົນນໍ້າມັນ ຫວຽດນາມ ປີ້ນ ທີເມືອງພິນ




ສະຫວັນນະເຂດ: ອຸບັດຕິເຫດ ລົດຂົນສົ່ງ ແມ່ນເກີດຂຶ້ນຫຼາຍ ຕາມທ້ອງຖະໜົນ ອີກກໍລະນີ ທີ່ໄດ້ຮັບລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນຕອນແລງຂອງວັນທີ 11 ພຶດສະພາ 2019 ໄດ້ເກີດອຸບັດເຫດລົດສະແຕ໊ກນ້ຳມັນ ເສຍຫລັກປີ້ນຢູ່ບ້ານກອງຫີນ ເມືອງພີນ ແຂວງສະຫວັນນະເຂດ. 








ລົດທີ່ເກີດເຫດ ແມ່ນລົດຂອງ ຫວຽດນາມ, ເຊິ່ງເຫດການດັ່ງກ່າວບໍ່ມີຜູ້ເສຍຊີວິດ ສ່ວນລົດແມ່ນໄດ້ຮັບຄວາມເສຍຫາຍສົມຄວນ ແລະໂຊກຍັງດີທີ່ບໍ່ເກີດໄຟໄຫມ້ເນື່ອງຈາກຍັງມີນ້ຳມັນໃນສະແຕ໊ກຫລາຍ.

ສິ່ງທີ່ໜ້າເປັນຫ່ວງ ຄືສະພາບເສັ້ນທາງຂອງປະເທດລາວ ໂດຍສ່ວນໃຫຍ່ ແມ່ນທາງແຄບ, ລົດທີ່ມາຈາກຕ່າງປະເທດ ໂດຍສະເພາະ ຫວຽດນາມ ແລະ ຈີນ ທີ່ເປັນລົດຂະໜາດໃຫຍ່, ບວກກັບ ພຶດຕິກໍາການຂັບຂີ່ຂອງ ຄົນຕ່າງຊາດ ທີ່ຂີ່ໄວ ເຮັດໃຫ້ເກີດອຸບັດຕິເຫດ, ຫຼາຍກໍລະນີ ກໍ່ມີການເສຍຊີວິດ. ດ້ວຍເຫດນີ້ ທາງພາກສ່ວນກ່ຽວຂ້ອງ ຕ້ອງມີມາດຕະການຄຸ້ມຄອງ ລົດຂົນສົ່ງຂອງຕ່າງຊາດ ຢ່າງຈິງຈັງ ເພື່ອຮັກສາບໍ່ໃຫ້ທາງເປເພ ແລະ ເກີດອຸບັດຕິເຫດ.









--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes