Home ເຊກອງ ຄັງເງິນແຫ່ງຊາດ ປະຈຳແຂວງເຊກອງ ແລະ 3 ທະນາຄານ ປຶກສາຫາລືກ່ຽວກັບຂອດການບໍລິການຮ່ວມກັນ
ຄັງເງິນແຫ່ງຊາດ ປະຈຳແຂວງເຊກອງ ແລະ 3 ທະນາຄານ ປຶກສາຫາລືກ່ຽວກັບຂອດການບໍລິການຮ່ວມກັນ
May 21, 2019 0
ເຊກອງ: ກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນ ກ່ຽວກັບຂອດການບໍລິການ ລະຫວ່າງ ຄັງເງິນແຫ່ງຊາດ ປະຈຳແຂວງເຊກອງ ແລະ 3 ທະນາຄານທຸລະກິດຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານພັດທະນາລາວ ແລະທະນາຄານສົ່ງເສີມກະສິກຳ ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 21 ພຶດສະພາ ນີ້ ໂດຍການເປັນປະທານຂອງທ່ານ ຄຳຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີທ່ານ ກໍລະກັນ ສົມບູນທິບ ຫົວໜ້າຄັງເງິນແຫ່ງຊາດ ປະຈໍາແຂວງ ແລະ ມີຕາງໜ້າຈາກ 3 ທະນາຄານ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ກໍເພື່ອປຶກສາຫາລື ແລະແລກປ່ຽນບົດຮຽນ ກ່ຽວກັບຂອດການບໍລິການ ຮ່ວມກັນ ລະຫວ່າງ ຄັງເງິນແຫ່ງຊາດ ປະຈຳແຂວງ ແລະ ບັນດາທະນາຄານທຸລະກິດດັ່ງກ່າວ ໂດຍອີງໃສ່ສັນຍາຮ່ວມວ່າດ້ວຍການຈ່າຍດອກເບ້ຍເງິນຝາກ ແລະຄ່າທໍານຽມບໍລິການ ປະຈໍາປີ 2019 ລະຫວ່າງ ຄັງເງິນແຫ່ງຊາດ ແລະ ບັນດາທະນາຄານດັ່ງກ່າວ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານບໍລິການ ລາຍຮັບ-ລາຍຈ່າຍໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ.
ຊຶ່ງບັນຫາທີ່ນໍາມາປຶກສາຫາລື ແລະແລກປ່ຽນບົດຮຽນເຊິ່ງກັນແລະກັນ ມີຫຼາຍບັນຫາ ເປັນຕົ້ນແມ່ນ ກ່ຽວກັບຄ່າທໍານຽມ, ການສະໜອງບັນຊີສໍາຮອງຂອງເມືອງ Statment Online , ການຮັບເງິນຜ່ານ Easy Tax ຕາມບົດບັນທຶກລົງວັນທີ 3/1/2019, ການອວ່າຍເງິນຈາກບັນຊີໜຶ່ງ ຫາ ອີກບັນຊີໜຶ່ງ ເລກທີ 7083, ການໂອນເງິນດ້ວຍໃບຂໍຖອນ ເພື່ອຊໍາລະຄ່າຕ່າງໆໃຫ້ຜູ້ປະກອບການ( ຊໍາລະຄ່າຊື້ເຄື່ອງ ແລະສ້ອມແປງທີ່ມີລາຄາສູງ), ການເປີດ-ປິດບັນຊີຂອງພະແນກການ ແລະການເປີດບັນຊີເງິນຊ່ວຍເຫຼືອທາງການເພື່ອພັດທະນາຕາມແຈ້ງການ ເລກທີ 1517/ກງ, ການຊໍາລະຄ່າພາສີ ຜ່ານທະນາຄານ ເລກທີ 3909, ການລະບຸເນື້ອໃນຂອງຜູ້ມອບເງິນ ຕາມແຈ້ງການເລກທີ1020, ການເປີດບັນຊີຄຸ້ມຄອງລາຍຮັບໃນລະບົບ TaxRis ຕາມແຈ້ງການເລກທີ 1176.
ນອກນີ້ ຍັງມີການປຶກສາຫາລືຫຼາຍໆບັນຫາ ພ້ອມທັງມີການສ້າງບົດບັນທຶກຮ່ວມກັນ ທັງນີ້ເພື່ອແກ້ໄຂຂໍ້ຂາດຕົກບົກຜ່ອງ ໃນຂອດການບໍລິການ ແລະເພື່ອແກ້ໄຂຂໍ້ຂ້ອງໃຈລະຫວ່າງສອງຝ່າຍ ດ້ວຍຄວາມໂປ່ງໃສ.
--------------------------------
Subscribe to:
Post Comments
(
Atom
)



Post a Comment