ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ, ໄດ້​ເຂົ້າ​ຮ່ວມກອງປະຊຸມລະດັບໂລກ ກ່ຽວກັບ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ຄັ້ງທີ 6 ທີ່ ເຈັນເນວາ



ໃນ​ລະ​ຫວ່າງວັນທີ 13-17 ພືດສະພາ 2019 ທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ, ໄດ້​ເຂົ້າ​ຮ່ວມກອງປະຊຸມລະດັບໂລກ ກ່ຽວກັບ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ຄັ້ງທີ 6 “Global Platform for Disaster Risk Reduction, 13-2019 May 2019” ທີ່ ເຈັນເນວາ ປະເທດ ສະວິດເຊີແລນ ໂດຍການເປັນເຈົ້າພາບຮ່ວມ ຂອງ ລັດຖະບານ ປະເທດ ສະວິດເຊີແລນ ແລະ ອົງການ ສປຊ ເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດ (United Nations for Disaster Risk Reduction-UNDRR), ມີຜູ່ເຂົ້າຮ່ວມຈາກ 182 ປະເທດ ທີ່ຕາງໜ້າຈາກ ພາກລັດຖະບານ, ບັນດາກຸ່ມຜູ້ມີສ່ວນຮ່ວມ ເຊັ່ນ​ ຜູ້​ແທນ​ກຸ່ມຄົນພິການ ແລະ ອົງການຮັບຜິດຊອບທີ່ກ່ຽວຂ້ອງ, ຄູ່ຮ່ວມງານຈາກອົງການ ສປຊ, ຂະແໜງການເອກະຊົນ, ບັນດາອົງການຈັດຕັ້ງພາກພື້ນ ແລະ ບັນດາມະຫາວິທະຍາໄລ ກໍ່ໄດ້ເຂົ້າຮ່ວມ.

ກອງປະຊຸມລະດັບໂລກຄັ້ງນີ້ ເປັນ​ເວ​ທີໃຫ້ແກ່ບັນດານັກຄົ້ນຄວ້າ ແລະ ຜູ້ຊໍານານດ້ານວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ, ບັນດາຜູ້ຕັດສິນບັນຫາ, ພະນັກງານລັດ ແລະ ບັນດາຜູ້ມີສ່ວນຮ່ວມອື່ນໆ ​ໄດ້ສົນທະນາ ແລະ ປຶກສາຫາລື ວິທີການຫຼຸດຜ່ອນຜົນກະທົບຈາກໄພພິບັດ, ຊຸກຍູ້ການຈັດຕັ້ງປະຕິບັດຂອບແຜນປະຕິບັດງານເຊັນໃດ Sendia Framework 2015-2030 ວ່າດ້ວຍ ການຫຼຸດຜ່ອນຄວາມສ່ຽງໄພພິບັດ, ບັນດາເປົ້າໝາຍການພັດທະນາຮອດປີ 2030 ແລະ ສັນຍາປາຣີ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ Paris Agreement on Climate Change 2016.

ຜົນຂອງກອງປະຊຸມໃນຄັ້ງນີ້ ຈະປະກອບສ່ວນໃຫ້ແກ່ ການປຶກສາຫາລື ຂອງ ກອງປະຊຸມການເມືອງລະດັບສູງ (High-level Political Forum) ກ່ຽວກັບ ການພັດທະນາທີ່ຍືນຍົງ ທີ່ຈະຈັດຂື້ນໃນລະຫວ່າງເດືອນ ກໍລະກົດ ປີ 2019 ທີ່ ນິວຢອກ, ປະເທດສະຫະລັດອາເມລິກາ, ແລະ ກອງປະຊຸມສຸດຍອດດ້ານອາກາດຂອງເລຂາທິການໃຫຍ່ ສປຊ ທີ່ຈະຈັດຂື້ນໃນເດືອນ ກັນຍາ 2019.



ກອງປະຊຸມໄດ້ດໍາເນີນເປັນເວລາ 5 ວັນ ໂດຍມີຫຼາຍຫົວຂໍ້ທີ່ແຕກຕ່າງກັນ ແລະ ມີ​ສອງຂັ້ນ ຄື: ຂັ້ນວິຊາການ ແລະ ຂັ້ນລັດຖະມົນຕີ ດັ່ງລຸ່ມນີ້:

- ກອງປະຊຸມໂຕະມົນຂັ້ນລັດຖະມົນຕີ: ເປັນເວທີກອງປະຊຸມການນໍາໂດຍມີຜູ້ເຂົ້າຮ່ວມຕາມການເຊື້ອເຊີນ, ໃນນີ້ ປະກອບດ້ວຍ ບັນດາລັດຖະມົນຕີ, ປະທານບໍລິຫານອົງກອນ, ບັນດາຫົວໜ້າ ຫ້ອງການສະຫະປະຊາຊາດ ແລະ ຫົວໜ້າຊຸມຊົນເຂົ້າຮ່ວມ. ມີ 2 ວາລະ ຄື: ວັນທີ 15 ພືດສະພາ 2019 ເວລາ 16.00 – 18.00 ໂມງ ໃນຫົວຂໍ້ “ການຫຼຸດຜ່ອນຄວາມສ່ຽງໄພພິບັດ, ບັນຫາການປ່ຽນແປງດິນຟ້າອາກາດ ແລະ ເປົ້າໝາຍການພັດທະນາທີ່ຍືນຍົງ”; ວັນທີ 16 ພືດສະພາ 2019 ເວລາ 11.00 – 13.00 ໂມງ, ໃນຫົວຂໍ້ “ຄວາມສ່ຽງຕໍ່ການລົງທຶນ ແລະ ເສດຖະກິດ ຂອງ ການຫຼຸດຜ່ອນຄວມສ່ຽງໄພພິບັດ”

-​ ກອງປະຊຸມສົນທະນາຂັ້ນສູງ: ເປັນກອງປະຊຸມຈັດຂື້ນເພື່ອເປີດໂອກາດໃຫ້ແກ່ບັນດາຜູ້ຕາງໜ້າເຂົ້າຮ່ວມຈາກອົງການຈັດຕັ້ງລັດ, ອົງການຈັດຕັ້ງສາກົນ ແລະ ບັນດາກຸ່ມທີ່ມີສ່ວນຮ່ວມອື່ນໆ ໄດ້ສົນທະນາແລກປ່ຽນບົດຮຽນ ປະສົບປະການ ແລະ ສະແດງຄວາມຄໍາຄິດເຫັນ ໃນການເພີ່ມທະວີການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານເຊັນໃດດ້ານການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ວາລະການພັດທະນາທີ່ຍືນຍົງ.

- ວາລະຖະແຫຼງການທາງການ (Official Statement): ເປັນເວທີ ໃຫ້ບັນດາຜູ້ເຂົ້າຮ່ວມຂັ້ນສູງຂອງລັດ ແລະ ຄູ່ຮ່ວມງານສາກົນ ໄດ້ນໍາສະເໜີລາຍງານ ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານເຊັນໃດ ວ່າດ້ວຍການຫຼຸດຜ່ອນຄວາມສ່ຽງໄພພິບັດ ທີ່ຍົກໃຫ້ເຫັນດ້ານຜົນສໍາເລັດ, ສິ່ງທ້າທາຍ ແລະ ການສືບຕໍ່ໃຫ້ຄໍາໝັ້ນສັນຍາໃນການປະຕິບັດວຽກງານດັ່ງກ່າວ. ຈັດຂຶ້ນເປັນ 3 ວາລະ ໄປຄຽງຄູ່ກັບວະລະອື່ນໆ ນັບແຕ່ຄາບບ່າຍ ຂອງ ວັນທີ 15 ພືດສະພາ 2019 ເຖິງຄາບເຊົ້າ ຂອງວັນທີ 17 ພຶດສະພາ 2019. ຖະແຫລງການ ຂອງແຕ່ລະປະເທດ ແມ່ນໃຊ້ເວລາ 3 ນາທີ ໂດຍມີ 2 ຮູບການຄື: ການກ່າວຖະແຫລງການ ແລະ ການສົ່ງເປັນບົດຖະແຫລງການ ໃຫ້ກັບກອງເລຂາ ປະຊຸມ ເພື່ອແຈກຢາຍ ແລະ ເຜີຍແຜ່ຜ່ານສື່. ໃນນີ້ຄະນະຜູ່ແທນລາວ ໂດຍ​ແມ່ນ ທ່ານ ປອ ຄໍາແພງ ໄຊສົມແພງ ກໍ່ໄດ້ຂື້ນອ່ານຖະແຫລງການ. ສ່ວນ​ຄະ​ນະ​ຜູ້​ແທນ​ລາວ​ກໍ່​ໄດ້​ເຂ​ົ້າ​ຮ່ວມກອງ​ປະ​ຊຸມ​ຍ່ອຍ​ໃນ​ຫົວຂໍ້​ຕ່າງໆ ຕາມ​ຄວາມ​ເໝາະສົມ.



ໄດ້ເຂົ້າພົບປະຊຸມກັບ ທີມງານໂຄງການ CARDI ຂອງ ອົງການເຄື່ອຂ່າຍ ສປຊ, ໃນນີ້ ກໍ່ໄດ້ແລກປ່ຽນບົດຮຽນ ດ້ານວຽກງານຄຸ້ມຄອງໄພພິບັດ, ບັນຫາທີ່ເປັນສິ່ງທ້າທາຍ ແລະ ຄວາມຕ້ອງການ ເພື່ອໃຫ້ທາງທີມງານໂຄງການຂອງ ສປຊ ໄດ້ພິຈາລະນາສະໜັບສະໜູນ. ຜົນການພົບປະໂດຍລວມ ທາງອົງການເຄື່ອຂ່າຍ ສປຊ ເຫັນດີໃຫ້ການສະໜັບສະໜູນດ້ານເຕັກນິກວິຊາການ ແລະ ສະເໜີໃຫ້ ທັງສອງຝ່າຍສືບຕໍ່ປະສານສົມທົບ ແລະ ຮ່ວມກັນກໍານົດແຜນການຮ່ວມກັນລະອຽດ.

ໃນວັນຕໍ່ມາ ທ່ານ ປອ ຄຳແພງ ໄຊສົມແພງ ພ້ອມຄະນະພົບປະກັບ ຂອງ ສະຖານທູດສະວິດເຊີແລນ ພ້ອມນີ້, ກໍ່ໄດ້ແລກປ່ຽນກັນ ກ່ຽວກັບ ສະພາບໄພພິບັດ ແລະ ຄວາມເສຍຫາຍຈາກໄພພິບັດນໍ້າຖ້ວມ ແລະ ບັນຫາເຂື່ອນແຕກ ຢູ່ ສປປ ລາວ ລວມທັງ ການຊ່ວຍເຫຼືອຂອງ ປະເທດສະວິດເຊີແລນ ໃນລະຫວ່າງ ການຕອບໂຕ້ໄພພິບັດ ສຸກເສີນ ຢູ່ ສປປ ລາວ. ສະຖານທູດສະວິດເຊີແລນ ເຫັນດີສືບຕໍ່ໃຫ້ການສະໜັບສະໜູນ ໃນການສ້າງຄວາມເຂັ້ມແຂງເພື່ອກຽມພ້ອມຮັບມືກັບໄພພິບັດ ແລະ ສະເໜີໃຫ້ ສືບຕໍ່ຮ່ວມມື ແລະ ສ້າງເອກະສານໂຄງການຮ່ວມມືກັນ.

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes