Home ອຸບັດຕິເຫດ ລອດວຸດວິດ! ລົດຕູ້ປີ້ນ ຫຼັງຄາຍຸບ ທີ່ ສະຫວັນນະເຂດ 4/5/19
ລອດວຸດວິດ! ລົດຕູ້ປີ້ນ ຫຼັງຄາຍຸບ ທີ່ ສະຫວັນນະເຂດ 4/5/19
May 04, 2019 0
ແຂວງ ສະຫວັນນະເຂດ: ລາຍງານຈາກ ກູ້ໄພ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ ໃນ ວັນທີ 4 ພຶດສະພາ 2019 ເວລາ 15:00 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີອຸບັດຕິເຫດ ລົດໃຫຍ່ເສຍຫຼັກປີ້ນ ທີ່ເຂດ ເສັ້ນທາງ ບ້ານຊອກ ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ.
ໃນຈຸດເກີດເຫດ ພົບເຫັນ ລົດຕູ້ ປີ້ນ ສະພາບ ຫຼັງຄາຍຸບ. ມີຜູ້ບາດເຈັບ 2 ຄົນ ເປັນເພດຊາຍ
ຜູ້ທີ 1 ມີອາການຫົວແຕກ ແລະ ເຈັບແອວ
ຜູ້ທີ 2 ມີອາການແຜຕາມແຂນ
ດັ່ງນັ້ນທາງທີມງານຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນ ແລ້ວນຳສົ່ງໂຮງໝໍແຂວງສະຫວັນນະເຂດ
ລົດທີ່ເກີດເຫດ ແມ່ນ ທະບຽນ ສະຫວັນນະເຂດ ກຂ 8415
--------------------------------
Subscribe to:
Post Comments
(
Atom
)







Post a Comment