ພາຍຸລະດູຮ້ອນ ສ້າງຄວາມເສຍຫາຍ ໃຫ້ 119 ຫຼັງຄາເຮືອນ ທີ່ບ້ານຫ້ວຍຈ້ວງ ເມືອງຫົງສາ



ໄຊຍະບູລີ: ໃນຄ່ຳຄືນຂອງວັນທີ 3 ພຶດສະພາ 2019 ເວລາ 22 ໂມງ, ໄດ້ເກີດມີລົມພາຍຸລະດູຮ້ອນພັດເຮືອນປະຊາຊົນ, ຫ້ອງການບ້ານ, ໂຮງຮຽນ, ຫໍພັກຄູອາຈານ ແລະ ຫໍພັກພະນັກງານແພດສຸກສາລາ ຢູ່ບ້ານຫ້ວຍຈ້ວງ ເມືອງຫົງສາ ແຂວງໄຊຍະບູລີ,ບ້ານດັ່ງກ່າວນີ້ແມ່ນຊົນເຜົ່າໄປ່ຣ,ເຫດການຄັ້ງນີ້ມີເຮືອນເສຍຫາຍທັງຫມົດ 119 ຫັລງ, ໃນນັ້ນເຮືອນຂອງປະຊາຊົນເສຍຫາຍ 112 ຫັລງ, ມີຫ້ອງການບ້ານ, ໂຮງຮຽນ, ຫໍພັກຄູອາຈານ ແລະ ຫໍພັກພະນັກງານແພດໝໍ ເສຍຫາຍ ຈຳນວນ 7 ຫລັງ



ເຊິ່ງເຮືອນທີ່ ເສຍຫາຍຫນັກຫນ່ວງເຮືອນລົ້ມອາໃສຢູ່ບໍ່ໄດ້ມີຈຳນວນ 9 ຫລັງ, ສ່ວນຫຼາຍເຮືອນທີ່ຖືກຜົນກະທົບຫລາຍແມ່ນເຮືອນຍົກພື້ນ,ມຸງດ້ວຍຫຍ້າ,ໃບຄໍ້ ແລະ ສັງກະສີຈຳນວນຫນື່ງ ເຮືອນຍັງບໍ່ໄດ້ມາດຖານເທົ່າທີ່ຄວນ, ດັ່ງນັ້ນຈື່ງເຮັດໃຫ້ລົມພັດໄດ້ງ່າຍ, ມີປະຊາຊົນໄດ້ຮັບຜົນກະທົບທັງຫມົດ 629 ຄົນ, ຍິງ 302 ຄົນ, ຄາດຄະເນຜົນເສຍຫາຍເບື້ອງຕົ້ນ ປະມານ 100 ລ້ານກ່ວາກີບ



ຕໍ່ເຫດການດັ່ງກ່າວນີ້,ມາໃນວັນທີ 4 ພຶດສະພາ 2019, ທ່ານຄຳເພັດ ພົມມະລາດ ເລຂາພັກເມືອງ ເຈົ້າເມືອງຫົງສາ ພ້ອມດ້ວຍຄະນະນຳຂອງເມືອງ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ ແລະ ພະນັກງານ, ກຳລັງ ປກສ – ປກຊ ກໍ່ໄດ້ລົງຕິດຕາມຢູ່ສະຖານທີ່ເກີດເຫດເຊິ່ງເບື້ອງຕົ້ນໄດ້ເກັບກຳຂໍ້ມູນຜົນເສຍຫາຍ,




ນຳພາການສ້ອມແປງເຮືອນທີ່ເປ່ເພ,ເກັບມ້ຽນວັດຖຸສິ່ງຂອງ,ອານາໄມຂອບເຂດດັ່ງກ່າວ,ໂດຍໄດ້ນຳເອົາເຫລັກຕາປູ,ຜ້າບັດເພື່ອນຳໄປມຸງບັງແດດບັງຝົນກ່ອນຫລັງຈາກນັ້ນແມ່ນຈະໄດ້ນຳພາພະນັກງານ,ກຳລັງທະຫານ,ຕຳຫລວດ,ປະຊາຊົນພາຍໃນບ້ານເພື່ອສືບຕໍ່ປຸກສ້າງເຮືອນຊ່ວຍປະຊາຊົນ ແລະ ຊ່ວຍເຫຼືອສິ່ງທີ່ຈຳເປັນໃນຂັ້ນຕໍ່ໄປ.



ຂ່າວ: ສົມປອງ ປະເສີດກຸນ
ພາບ: ສົມປອງ​ ປະເສີດກຸນ,​ ພັນທຸລັກ ອິນທະພົມ.
ຂໍ້ມູນ​ເບື້ອງຕົ້ນ​ຈາກ: ຄະນະ​ກຳມະການ​ຄຸ້ມຄອງ​ໄພພິບັດ​ຂັ້ນ​ເມືອງ

















--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes