ພູເບ້ຍມີຄວາມເປັນໄປໄດ້ສູງ ຈະກາຍເປັນແຫຼ່ງທ່ອງທ່ຽວລະດັບຊາດ ຂະນະນີ້ກຳລັງເລັ່ງສຶກສາຫຼວດ



ທ່ອງທ່ຽວ: ການຈະພັດທະນາພູເບ້ຍພູທີ່ສູງທີ່ສຸດໃນລາວໃຫ້ກາຍເປັນພູເງິນພູຄຳ ພູທ່ອງທ່ຽວລະດັບຊາດ ແບບອະນຸລັກໂດຍປະຊາຊົນມີສ່ວນຮ່ວມ ແມ່ນມີຄວາມເປັນໄປໄດ້ສູງ ຊຶ່ງຂະນະນີ້ກຸ່ມບໍລິສັດຄຳໄພຊະນະຈຳກັດຜູ້ດຽວ ຜູ້ໄດ້ຮັບອະນຸຍາດແມ່ນໄດ້ເລັ່ງມືໃນການສຶກສາສຳຫຼວດຄວາມເປັນໄປໄດ້ ທັງນີ້ຄາດວ່າຫາກຜົນອອກມາທາງບວກພູດັ່ງກ່າວໄດ້ຮັບການພັດທະນາ ຈະກາຍເປັນປາຍທາງການທ່ອງທ່ຽວທີ່ສຳຄັນຂອງປະເທດ ອັນຈະສ້າງຜົນປະໂຫຍດຢ່າງມະຫາສານໃຫ້ກັບພໍ່ແມ່ປະຊາຊົນ ໂດຍສະເພາະຊາວແຂວງໄຊສົມບູນ ຈະມີອາຊີບ ແລະລາຍຮັບທີ່ໝັ້ນຄົງຈາກການທ່ອງທ່ຽວ.



ໃນລະຫວ່າງວັນທີ 22-23 ເມສາ ຜ່ານມາກຸ່ມບໍລິສັດຄຳໄພຊະນະຈຳກັດ ຜູ້ດຽວຮ່ວມກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ແຂວງໄຊສົມບູນ ໄດ້ຂຶ້ນສຳຫຼວດພູເບ້ຍພູສູງອັນດັບໜຶ່ງຂອງລາວມີຄວາມສູງ 2.820 ແມັດ ທີ່ເມືອງອະນຸວົງໂດຍການນຳພາຂອງທ່ານ ທົງສະຫວັນ ໂພສະ ລາດ, ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ.



ການຂຶ້ນສຳຫຼວດຄັ້ງນີ້ກໍເພື່ອສຶກສາສະຖານທີ່ຕ່າງໆເທິງພູເບ້ຍແນໃສ່ພັດທະນາເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງແຂວງໄຊສົມບູນໃນອະນາຄົດ ເນື່ອງຈາກວ່າພູເບ້ຍເປັນພູທີ່ມີທິວທັດທຳມະຊາດອັນສວຍສົດງົດງາມທັງມີອາກາດສົດຊື່ນ ແລະມີສາຍລົມເຢັນພັດຜ່ານຕະຫຼອດປີ, ຍ້ອນມີປ່າໄມ້ທີ່ອຸດົມສົມບູນດ້ວຍ ຊີວະນາໆພັນ, ສັດສາວາສີ່ງ, ນ້ຳຕົກຕາດສວຍງາມ ຊຶ່ງມີທ່າແຮງດ້ານພັດທະນາເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ.



ການສຳຫຼວດພູເບ້ຍຄັ້ງນີ້ໄດ້ມີການວັດແທກເສັ້ນທາງເພື່ອຢາກຮູ້ຄວາມຍາວຂອງໄລຍະທາງໄປຫາບ່ອນທີ່ຈະພັດທະນາເປັນແຫຼ່ງທ່ອງທ່ຽວພ້ອມນີ້ຍັງໄດ້ສຳ ຫຼວດຈຸດຕ່າງໆທີ່ມີເປົ້າໝາຍຈະສ້າງເປັນບ່ອນຊົມວິວ, ບ່ອນທ່ຽວຊົມທຳມະຊາດເດັ່ນທີ່ສຸດກໍຄືຈຸດຊົມຈອມພູເບ້ຍຊຶ່ງເປັນຈຸດທີ່ສູງສຸດທັງສາມາດເບິ່ງເຫັນສະຖານທີ່ຕ່າງໆທີ່ອ້ອມຮອບພູເບ້ຍ ຕະຫຼອດຮອດການຈະສ້າງເສັ້ນທາງລັດຈາກບໍລິຄຳໄຊໄປຫາວັງວຽງແຂວງວຽງຈັນກໍຄືບັນດາແຂວງພາກພາກເໜືອ ລວມໄລຍະທາງ 200 ກວ່າກີໂລແມັດ ໂດຍຜ່ານສະຖານທີ່ດັ່ງກ່າວ.



ທ່ານ ຄຳໄພ ສົມຊະນະ ປະທານກຸ່ມບໍລິສັດຄຳໄພຊະນະຈຳກັດຜູ້ດຽວກ່າວວ່າ: ສຸດທິພາກພູມໃຈຈະເປັນໜຶ່ງປະກອບສ່ວນພັດທະນາຕາມວິໄສທັດຂອງລັດຖະບານ ແລະ ແຂວງໄຊສົມບູນໃນການເຂົ້າສຶກສາເພື່ອພັດທະນາພູເບ້ຍທີ່ເປັນພູສູງທີ່ສຸດໃນປະເທດລາວໃຫ້ກາຍເປັນພູເງິນພູຄຳເປັນພູທ່ອງທ່ຽວລະດັບຊາດ ແລະສາກົນ ໃນຮູບແບບອະນຸລັກທຳມະຊາດ ປະຊາຊົນມີສ່ວນຮ່ວມ ທີ່ຈະປະກອບສ່ວນໃນການສ້າງອາຊີບສ້າງລາຍຮັບໃຫ້ກັບປະຊາຊົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຫຼັງຈາກບໍລິສັດຮັບອະນຸຍາດສຳຫຼວດໃນລະຫວ່າງກາງເດືອນກຸມພາ 2019 ມາຮອດປະຈຸບັນບໍລິສັດກໍໄດ້ຂຸ້ນຂ້ຽວເລັ່ງມືໃນການຈັດຕັ້ງປະຕິບັດເພື່ອໃຫ້ໂຄງການສຳເລັດຕາມຄາດໝາຍພາຍໃນ 18 ເດືອນເພື່ອກ້າວສູ່ການພັດທະນາໃນອະນາຄົດ.



ແນວໃດກໍດີປະທານກຸ່ມບໍລິສັດຄຳໄພຊະນະຈຳກັດຜູ້ດຽວກ່າວວ່າ: ຖ້າຫາກພູເບ້ຍແຫ່ງນີ້ໄດ້ພັດທະນາເປັນແຫຼ່ງທ່ອງທ່ຽວແລ້ວຈະມີທ່າແຮງຫຼາຍຢ່າງໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊສົມບູນທັ່ງດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມແຂວງໄຊສົມບູນ ນັບມື້ຫຼາຍຂຶ້ນ ແລະພູເບ້ຍກໍຈະກາຍເປັນຈຸດເດັ່ນຂອງ ສປປ ລາວ ກໍຄືແຂວງໄຊສົມບູນ ພ້ອມນີ້ນັກທ່ອງທ່ຽວໃນທົ່ວໂລກກໍຈະໄດ້ຮັບຮູ້ສະຖານທີ່ທ່ອງທ່ຽວພູເບ້ຍຫຼາຍຂຶ້ນໃນອະນາຄົດ.



ພາບຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ





--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes