Home ນະຄອນຫຼວງວຽງຈັນ ສະຫຼົດ! ຄົນມາເລເຊຍ ເສຍຊີວິດແບບບໍ່ຮູ້ສາເຫດ ທີ່ໂຮງແຮມ ເຂດບ້ານໜອງດ້ວງໃຕ້ 5/5/19
ສະຫຼົດ! ຄົນມາເລເຊຍ ເສຍຊີວິດແບບບໍ່ຮູ້ສາເຫດ ທີ່ໂຮງແຮມ ເຂດບ້ານໜອງດ້ວງໃຕ້ 5/5/19
May 05, 2019 0
ນະຄອນຫຼວງວຽງຈັນ: ລາຍງານຈາກສະມາຄົມອາສາກູ້ໄພນະຄອນຫຼວງ 1624 ໃຫ້ຮູ້ວ່າ ໃນວັນທີ 5 ພຶດສະພາ 2019 ເວລາ 6:22 ນາທິ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີເຫດຄົນເສຍຊີວິດ ຢູ່ໂຮງແຮມແຫ່ງໜຶ່ງເຂດ ບ້ານໜອງດ້ວງໄຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ດັ່ງນັ້ນໜ່ວຍກູ້ຊີບ-ກູ້ໄພນະຄອນຫຼວງ ເຂດ1 ຈຸດເມືອງສີໂຄດຕະບອງ ຈຶ່ງອອກກວດສອບພົບຜູ້ເສຍຊີວິດ 1 ຄົນເປັນເພດຊາຍ (ເປັນຄົນຕ່າງປະເທດສັນຊາດມາເລເຊຍ).
ດັ່ງນັ້ນທາງໜວ່ຍກູ້ໄພຈຶ່ງປະສານຫາເຈົ້າຫນ້າທີພີສູດລັກຖານເພື່ອຫາສາເຫດການເສຍຊີວິດ
ສວ່ນສາເຫດການເສຍຊີວິດແມ່ນຢູ່ໃນຂັ້ນຕອນສຶບສວນສອບສວນຂອງເຈົ້າຫນ້າ
ດັ່ງນັ້ນໜ່ວຍກູ້ໄພນະຄອນຫຼວງຈຶ່ງໄດ້ນຳສົບໄປໄວ້ທີໂຮງເຢັນມູນນິທີຈີນ
ພົບເຫດສຸກເສີນແຈ້ງ 1624 ເບີດຽວໃນນະຄອນຫຼວງວຽງຈັນ.
--------------------------------
Subscribe to:
Post Comments
(
Atom
)




Post a Comment