ຕ້ອນຮັບຢ່າງສົມກຽດ ສາວລາວ U19 ແຊ້ມຮ່ວມ Bangamata U-19 Women’s International Gold Cup 2019



ຂ່າວກິລາ: ຕອນແລງຂອງ​ ວັນເສົາ​ 04​ ພຶດສະພາ​ 2019​ ເວລາ: 19:00 ທີມຊາດຍິງ​ ຢູ19​ ໄດ້ເດີນທາງເຖິງສະຫນາມບິນສາກັນວັດໄຕ.

ໂດຍການ ຕ້ອນຮັບ ໂດຍ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ພໍ່ແມ່ຜູ້ປົກຄອງນັກກິລາ ແລະ ສື່ມວນຊົນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.



ພາຍ​ຫລັງສ້າງຜົນງານໄດ້ຢ່າງໂດດເດັ່ນ​ ໃນລາຍການແຂ່ງ​ຂັນ​ບານ​ເຕະ​ Bangamata U-19 Women’s International Gold Cup 2019​ ເຊິ່ງ​ນັດຊີງ​ຊະນະເລີດ​ ລະຫວ່າງ​ ທີມຊາດ​ບັງກະລາເທດ​ ເຈົ້າພາບ​ ພົບ​ ທີມຊາດລາວ ທາງຜູ້ຈັດງານຖະແຫລງຂ່າວການຍົກເລີກ​ ​ເຮັດໃຫ້ ັງ​2 ທີມ​ ໄດ້ຄອງແຊ້ມຮ່ວມກັນ​ເຊິ່ງ​ ເງິນລາງວັນແມ່ນເອົາ ທີ 1 ກັບ ທີ 2 ບວກກັນຫານ 2 ໄດ້ທີມລະ 20.​000​ $.





--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes