Home ຢາເສບຕິດ ເຈົ້າໜ້າທີ່ສະໜາມບິນສາກົນ ວັດໄຕ ກວດພົບ ຢາໄອ້ 5 ກິໂລກະລາມ ໃນກະເປົານັກທ່ອງທ່ຽວ ຄົນຟີລິບປິນ 24/5/2019
ເຈົ້າໜ້າທີ່ສະໜາມບິນສາກົນ ວັດໄຕ ກວດພົບ ຢາໄອ້ 5 ກິໂລກະລາມ ໃນກະເປົານັກທ່ອງທ່ຽວ ຄົນຟີລິບປິນ 24/5/2019
May 24, 2019 0
ນະຄອນຫຼວງວຽງຈັນ: ລາຍງານຈາກເຈົ້າໜ້າທີ່ຮັກສາຄວາມປອດໄພ ທີ່ສະໜາມບິນ ສາກົນວັດໄຕ ໃຫ້ຮູ້ວ່າ ໃນເວລາ 10:00 ໂມງ ທີ່ 24 ພຶດສະພາ 2019 ພະນັກງານປ້ອງກັນຄວາມປອດໄພ ສະຫນາມບິນສາກົນວັດໄຕ ( ບໍລິສັດລາວ-ຍີ່ປຸນ ) ໄດ້ກວດພົບຢາໄອ້ອີກ 5 ກິໂລ ໃນກະເປົາຂອງນັກທ່ອງທ່ຽວ ຄົນຟີລິບປິນ.
ທາງເຈົ້າໜ້າທີ່ຈິ່ງເຮັດການກວດຄົ້ນ ແລະ ນໍາຕົວເຈົ້າຂອງກະເປົາ ໄປດຳເນີນການຕາມກົດໝາຍຂອງ ສປປລາວ ຕໍ່ໄປ. ນີ້ຖືເປັນອີກ ຄະດີ ຄ້າຢາຂ້າມຊາດ, ເພາະກ່ອນໜ້ານີ້ ທາງສະໜາມບິນສາກົນວັດໄຕ ກໍ່ສາມາດກວດຍຶດຢາເສບຕິດໄດ້ 23,8 ກິໂລ ທີ່ເປັນຂອງຄົນຕ່າງປະເທດ.
--------------------------------
Subscribe to:
Post Comments
(
Atom
)






Post a Comment