Home ເມືອງເງິນ ສສຊ-ສສຂ ລົງຊຸກຍູ້ວຽກງານຢູ່ເມືອງເງິນ
ສສຊ-ສສຂ ລົງຊຸກຍູ້ວຽກງານຢູ່ເມືອງເງິນ
May 25, 2019 0
ໄຊຍະບູລີ: ວັນທີ 22 ພຶດສະພາ 2019 ນີ້. ຢູ່ສະໂມສອນ ເມືອງເງິນ ແຂວງໄຊຍະບູລີ ທ່ານ ຊຽ່ວຊານ ບຸນທຽມ ນັນທະກອນ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນຂັ້ນແຂວງ, ພ້ອມດ້ວຍສະມາຊິກສະພາແຫ່ງຊາດ, ແລະ ສະພາປະຊາຊົນຂັ້ນແຂວງ ໄດ້ລົງເຄື່ອນໄຫວ, ຕິດຕາມ, ກວດກາ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງເງິນໃນໄລຍະ 5 ເດືອນຜ່ານມາ, ເຊີ່ງມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ -ຮອງຫົວໜ້າຫ້ອງການ, ພະນັກງານຫຼັກແຫລ່ງ ,ກົມກອງ ອ້ອມຂ້າງເມືອງເຂົ້າຮ່ວມ
ທ່ານ ບຸນມີ ຈັນທິບ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆເງິນ,ໄດ້ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ - ສັງຄົມຂອງເມືອງໃນໄລຍະ 5 ເດືອນຜ່ານມາ, ເມືອງເງິນແມ່ນຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີສະຫງົບໂດຍພື້ນຖານ, ເສດຖະກິດສຶບຕໍ່ຂະຫຍາຍຕົວຢ່າງຕໍ່ເນືອງ,ສະແດງອອກປະຊາຊົນ,ມີແນວຄິດຢາກຮັ່ງຢາກມີ, ຫັນມາປູກມາລ້ຽງ ເພື່ອແນໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂື້ນ ໄປຄຽງຄູ່ກັບວຽກງານດ້ານຕ່າງໆຄະນະພັກພວກເຮົາຍັງສຸມໃສ່ລົງປັບປຸງປົວແປງພັກຢູ່ຂັ້ນຮາກຖານພັກບ້ານ,ສໍາເລັດ 22 ບ້ານໃນທົ່ວເມືອງ, ສໍານັກງານຫ້ອງການ, ກົມກອງສໍາເລັດ 7 ໜ່ວຍພັກ ຈາກນັ້ນຕາງໜ້າແຕ່ລະຫ້ອງການໄດ້ຂື້ນລາຍງານການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວໃນໄລຍະ 5 ເດືອນຜ່ານມາໂດຍສະເພາະແມ່ນຂະແໜງກະສິກໍາ ແລະ ປ່າໄມ້,ແຜນການ ແລະ ການລົງທືນ, ກໍາລັງປ້ອງກັນຄວາມສະຫົງບບັນຫາປະກົດການຫຍໍ້ທໍ້,ສິ່ງເສບຕິດ,ອຸປະຕິເຫດຕາມທ້ອງຖະໜົນຫຼວງ, ຫາງສຽງຂອງສັງຄົມ ແລະ ອື່ນໆ
ຕອນທ້າຍສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງກໍ່ໄດ້ສົນທະນາແລກປ່ຽນບົດຮຽນ,ເພື່ອພ້ອມກັນປັບປຸງແກ້ໄຂຂໍ້ຄົງຄາງ,ຂອງແຜນພັດທະນາເສດຖະກິດສັງຄົມຂອງເມືອງ,ໂດຍຕິດພັນກັບການປົກປັກຮັກສາ ແລະ ພັດທະນາເມືອງເງິນໃຫ້ກ້າວຂື້ນໂອກາດລົງຕິດຕາມກວດກາ,ຊຸກຍູ້ໃນຄັ້ງນີ້,ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງກໍ່ໄດ້ໄປເບິ່ງໂຄງການກໍ່ສ້າງໂຮງໜໍຫຼັງໃໜ່,ອ່າງເກັບນໍ້າຫ້ວຍນານ້ອຍ,ແລະ ໂຮງງານອົບໜາກເດືອຍອີກດ້ວຍ.
ໂດຍ: ສຸລິຍາ ແສງເດືອນ
--------------------------------
Subscribe to:
Post Comments
(
Atom
)




Post a Comment