Home ອຸບັດຕິເຫດ ໜ້າສົງສານ ໄຟໄໝ້ເຮືອນກາງເດິກ ແມ່ຕູ້ ໄວ 71 ປີ ຖືກໄຟເຜົາຄາກອງເພີງ ທີ່ ນະຄອນຫຼວງພະບາງ
ໜ້າສົງສານ ໄຟໄໝ້ເຮືອນກາງເດິກ ແມ່ຕູ້ ໄວ 71 ປີ ຖືກໄຟເຜົາຄາກອງເພີງ ທີ່ ນະຄອນຫຼວງພະບາງ
May 19, 2019 0
ຫຼວງພະບາງ: ເປັນຂ່າວທີ່ສຸດຈະສະຫຼົດໃຈ ກັບເຫດການໄຟໄໝ້ ເຮືອນ ພ້ອມຄົນເສຍຊີວິດ 1 ຄົນ, ຈາກການລາຍງານຂອງ ໜ່ວຍກູ້ຊີບອົງການກາແດງ ຫຼວງພະບາງ ໃຫ້ຮູ້ວ່າ ໃນວັນທີ 19 ພຶດສະພາ 2019 ເວລາປະມານ 06:13 ນາທີ ໜ່ວຍກູ້ຊີບອົງການກາເເດງລາວໄດ້ຮັບເເຈ້ງວ່າມີໄຟໄໝ້ເສຍຊີວິດ ຢູ່ຫລັງວັດປ່າຫຍ້າທຶບ ບ້ານວຽງໃໜ່ ນະຄອນຫຼວງພະບາງ, ແຂວງຫລວງພະບາງ.
ຕາມການບອກເລົ່າ ຂອງຜູ້ເຫັນເຫດການແມ່ນຜູ້ເສຍຊີວິດໄດ້ໄຕ້ທູບທຽນບູຊາ ແລະເກີດໄຟໄໝ້ປະມານ 1 ໂມງກາງຄືນ, ໄຟໄດ້ລູກໄໝ້ຮຸນແຮງ ຈົນບໍ່ສາມາດເຂົ້າໄປຊ່ວຍແມ່ຕູ້ໄດ້.
ພາບແລະຂ່າວ: ໜ່ວຍກູ້ຊີບອົງການກາແດງ ຫຼວງພະບາງ
--------------------------------
Subscribe to:
Post Comments
(
Atom
)








Post a Comment