ຈົດໝາຍຮ້ອງທຸກ: ປະຊາຊົນ ບ້ານຊະໂນ ປະເຊີນບັນຫາມົນລະພິດ ທີເກີດຈາກ ການລ້ຽງປາກະຊັງ!


ສະຫວັນນະເຂດ: ປະຊາຊົນ ບ້ານທ່າຊະໂນ ນະຄອນໄກສອນພົມວິຫານ ແລະ ເຂດໃກ້ຄຽງ ແມ່ນ ປະສົບບັນຫາ ມົນລະພິດ ທາງນໍ້າ ທີ່ເກີດຈາກການ ລ້ຽງປາກະຊັງຂອງນັກລົງທຶນຄົນຈີນ.

ການລ້ຽງປາແມ່ບໍ່ມີການຄຸ້ມຄອງ ແລະ ຈັດການກັບ ອາຫານປາ, ປາທີ່ຕາຍ ອັນສົ່ງຜົນ ໃຫ້ນ້ຳຂອງມີແຕ່ປາເນົ່າ ນ້ຳກະຄາວແຕ່ປາເນົ່າ, ເຮັດໃຫ້ອາກາດໃນນໍ້າເປັນພິດ ສົ່ງກິ່ນເນົ່າເໝັນປະຊາຊົນບ້ານທ່າຊະໂນ ນະຄອນໄກສອນ ແຂວງສະຫວັນນະເຂດ ເດືອດຮ້ອນ


ດັ່ງນັ້ນ, ຈິ່ງຮຽກຮ້ອງໃຫ້ ທາງພາກສ່ວນທີ່ຄຸ້ມຄອງ ແລະ ອານຸຍາດ ການລ້ຽງປາ ກະຊັງໄດ້ຊ່ວຍມາກວດສອບບັນຫານີ້. ບໍ່ຄວນໃຫ້ນັກລົງທຶນທີ່ຂາດຄວາມຮັບຜິດຊອບ ທໍາລາຍສະພາບແວດລ້ອມ ໂດຍສະເພາະແມ່ນໍ້າຂອງ ທີ່ປະຊາຊົນລາວອາໄສເພື່ອດໍາລົງຊີບມາຍາວນານ.

ຢາກໃຫ້ຂັ້ນເທິງລົງມາເບິ່ງກວດສອບແນ່ (ຢາກຮ້ອງຮຽນມາຍັງຂັ້ນເທິງ)

ພາບຖ່າຍ: ວັນທີ 17 ພຶດສະພາ 2019

ສະພາບປາກະຊັງ ທີ່ເນົ່າຕາຍ ຕາມແຄມນໍ້າຂອງ


















--------------------------------





© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes