ສາວລາວ U15 ຮ້ອນແຮງ! ຊະນະ ຟີລິບປິນ 3-1 ເຂົ້າໄປຊິງແຊ້ມ ກັບ ທີມຊາດໄທ



ຮ້ອນແຮງຕໍ່ເນື່ອງສໍາລັບທີມສາວລາວ U15 ໃນການແຂ່ງຮອບຮອງຊະນະເລີດ ພົບກັບ ທີມຊາດ ຟີລິບປິນ ສາມາດເອົາຊະນະໄປໄດ້ 3-1.

ເຊິ່ງຕົວເກັ່ງ ເປເປ ເບີ 8 ສາມາດຍິງປະຕູ ລູກທໍາອິດ ຫຼັງການເປົາເປີດການແຂ່ງຂັນ ບໍ່ຮອດນາທີ, ຈາກນັ້ນ ກໍ່ສາມາດ ຍິງໄດ້ ອີກ 1 ລູກ ໃນນາທີ ທີ 22​ ໂດຍ ທິບພະກອນ ສີວົງລາດ ກ່ອນຈະປິດ ເຄິ່ງເວລາ ທີມຊາດລາວ ນໍາໄປ 2-0



ເປີດເຄິ່ງເວລາທີ 2, ທີມຊາດ ລາວ ເຈົ້າເກົ່າ ເປເປ ເບີ 8 ກໍ່ຍິງ ໄດ້ລູກທີ 2 ເຮັດໃຫ້ ທີມຊາດລາວ ນໍາໄປ 3-0, ຈາກນັ້ນ ຟີລິບປີນສາມາດ ຕີໄຂ່ແຕກ ໄດ້ໃນນາທີ ທີ 59.

ຈົບເວລາ ລາວ ຊະນະ ຟີລິບປິນ 3-1, ເຂົ້າໄປຊິງຊະນະເລີດ ກັບ ທີມຊາດໄທ ທີ່ສາມາດ ເອົາຊະນະ ຫວຽດນາມ.



ສຳລັບການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ຈັດຂຶ້ນຢູ່ ແຂວງ ຊົນບູຣີ ປະເທດໄທ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 07 – 21 ພຶດສະພາ 2019 ເຊິ່ງມີ 9 ປະເທດເຂົ້າຮ່ວມແຂ່ງຂັນແບ່ງອອກເປັນ 2 ກຸ່ມຄື:

- ກຸ່ມ ເອ: ມຽນມາ, ຫວຽດນາມ, ຟີລິບປິນ ແລະ ຕີມໍ ເລສເຕ.
- ກຸ່ມ ບີ: ໄທ, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ.






--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes