Home ອຸບັດຕິເຫດ ກະບະເສຍຫຼັກ ຕໍາເອົາຂອບຂົວເຫຼັກ ທີ່ເມືອງໜອງບົກ 8/5/19
ກະບະເສຍຫຼັກ ຕໍາເອົາຂອບຂົວເຫຼັກ ທີ່ເມືອງໜອງບົກ 8/5/19
May 08, 2019 0
ຄໍາມ່ວນ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເວລາປະມານ 9:40 ໂມງ ຂອງ ວັນທີ 8 ພຶດສະພາ 2019 ໄດ້ເກີດອຸບັດເຫດລົດກະບະເສຍຫຼັກຕຳຮາວກາງຂົວ ທີ່ບ້ານດ່ານປາກເຊ, ເມືອງຫນອງບົກ ແຂວງຄຳມ່ວນ. ອຸບັດຕິເຫດ ດັ່ງກ່າວ ໄດ້ເຮັດໃຫ້ການສັນຈອນຕິດຄັດດົນສົມຄວນ ກ່ອນທີ່ຈະສາມາດເຄື່ອນຍ້າຍລົດອອກໄດ້. ລົດເປເພ່ເສຍຫາຍຫລາຍສົມຄວນ ໂຊກດີທີ່ຄົນບໍ່ເຈັບຫລາຍ.
ຂົວດັ່ງກ່າວ ເປັນຂົວເຫລັກ ລະຫວ່າງຊາຍແດນ ຄຳມ່ວນ-ສະຫວັນນະເຂດ.
ເຕືອນໄພທຸກຄົນຕ້ອງລະມັດລະວັງ ເວລາຈະຜ່ານຂົວດັ່ງກ່າວ ເພາະວ່າ ຫຼາຍຈຸດ ໄມ້ຂົວ ແມ່ນເພ, ໂດຍສະເພາະລົດຈັກ ຕ້ອງລະມັດລະວັງ, ຄ່ອຍໆ ຂີ່ຂ້າມເດີ.
--------------------------------
Subscribe to:
Post Comments
(
Atom
)



Post a Comment