ພົບຊາຍເສຍຊີວິດໄຫຼນໍ້າ ຄ້າງທີ່ຫາດ ເຂດບ້ານຊຽງລ້ອມ ແຂວງຫຼວງພະບາງ


ເຫດສະຫຼົດໃຈຈາກ ຫຼວງພະບາງ ຕາມການລາຍງານຈາກ ໜ່ວຍກູ້ຊີບອົງການກາແດງ ຫຼວງພະບາງ ແຈ້ງໃຫ້ຮູ້ວ່າ ໃນວັນທີ  8 ພຶດສະພາ 2019 ເວລາ 09:00 ນາທີ ໄດ້ຮັບແຈ້ງເຂົ້າເບີ 0711625 ວ່າມີຄົນຈົມນ້ຳເສຍຊີວິດ ທ່າບ້ານຊຽງລ້ອມ ແຂວງຫວງພະບາງ


ທາງທີມກູ້ຊີບອົງການກາແດງລາວແຂວງຫຼວງພະບາງ ໄດ້ອອກໄປຮອດສະຖານທີ່ເກີດເຫດພົບເຫັນເພດຊາຍ 1 ຄົນ ເສຍຊີວິດ ຊື່ ທ້າວ ບຸນຍໍ່ ແສງອຸ່ນຄຳ ອາຍຸ 16 ປີ ບ້ານໂພນໄຊ. ທາງໜ່ວຍກູ້ຊີບອົງການກາແດງຫຼວງພະບາງ ຈຶ່ງໄດ້ເອົາຮ່າງຜູ້ເສຍຊີວິດຂື້ນມາຈາກນ້ຳແລ້ວທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳ ບ້ານໂພນໄຊ (ເບີ6) ເມືອງຊຽງເງິນ ແຂວງຫລວງພະບາງ ເພື່ອໃຫ້ທາງຍາດພີ່ນ້ອງໄດ້ຈັດພິທີທາງສາສະໜາ.



ຕາມການບອກເລົ່າ ຜູ້ເສຍຊີວິດແມ່ນຈົມນ້ຳແຕ່ວັນທີ 5 ພຶດສະພາ 2019 ຜ່ານມາ ຢູ່ທ່ານ້ຳແຖວໂຮງຮຽນຊົນເຜົ່າ ບ້ານສວນຫລວງ ຕອນແລງຂອງວັນອາທິດ. ຈົນມາພົບຟູນໍ້າ ໃນເຊົ້າ ວນັທີ 8 ພຶດສະພາ 2019.









ລາຍງານໂດຍ: ໜ່ວຍກູ້ຊີບອົງການແດງ ຫຼວງພະບາງ
ໂທ: 071 1625


--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes