ຄົ້ນພົບໄຫຫີນ ຫຼາຍກວ່າ 30 ໜ່ວຍ ທີ່ບ້ານຊຽງຄົງ ເມືອງທ່າໂທມ



ເປັນອີກການຄົ້ນພົບວັດຖຸບູຮານທີ່ສໍາຄັນ ຈາກການລາຍງານຂອງ ທ່ອງທ່ຽວ ໄຊສົມບູນ ໃຫ້ຮູ້ ໃນວັນທີ 8 ພຶດສະພາ 2019 ນີ້ວ່າ ໄດ້ມີການຄົ້ນພົບໄຫຫີນຢູ່ເຂດບ້ານຊຽງຄົງ ເມືອງທ່າໂທມ ແຂວງໄຊສົມບູນ ເຊິ່ງຫ່າງຈາກເທດສະບານເມືອງທ່າໂທມ ໄປທາງທິດຕາເວັນອອກປະມານ 65 ກິໂລແມັດ ແລະ ຫ່າງຈາກບ້ານຊຽງຄົງ ປະມານ 15 ກິໂລແມັດ.



 ໃຊ້ເວລາຍ່າງເຂົ້າເຖິງປະມານ 3 ຊົ່ວໂມງ ເຊິ່ງພົບເຫັນໂດຍທ່ານ ຄຳຫລ້າຊົ່ງ ແລະ ຕູ້ວ່າງ ປະຊາຊົນບ້ານຊຽງຄົງ. ໄຫຫີນທີ່ພົບເຫັນມີປະມານ 30 ໄຫ, ສ່ວນຫລາຍເປັນໄຫນ້ອຍຖືກທຳລາຍ ແລະ ເປເພເປັນສ່ວນໃຫຍ່, ມີບາງໄຫເທົ່ານັ້ນທີ່ຍັງຄົງສະພາບເດີມ. ຕາມການໃຫ້ຂໍ້ມູຂອງຜູ່ພົບເຫັນໃຫ້ຮູ້ວ່າຍັງມີໄຫຫີນອີກຫລາຍຈຸດ, ແຕ່ທີງານບໍ່ສາມາດເຂົ້າເຖິງໄດ້.




ນີ້ຖືເປັນການຄົ້ນພົບສໍາຄັນ ເຖິງປະຫວັດສາດ ການດໍາຊີວິດ ຂອງບັນພະບຸລຸດລາວ ໃນເມື່ອກ່ອນ ກັບການປະດິດເຄື່ອງໃຊ້, ໄຫຫີນ ຂະໜາດໃຫຍ່. ເຊິ່ງຕ້ອງໄດ້ມີການກວດສອບຂໍ້ມູນໃຫ້ລະອຽດ ແລະ ໃນອະນາຄົດ ຄົງສາມາດເປີດເປັນແຫຼ່ງທ່ອງທ່ຽວໄດ້.



ຂໍ້ມູນແລະຮູບພາບ: ຄຳຜ່ານ ອຸດສີບຸນມີ,
ວິຊາການຂະແຫນງທ່ອງທ່ຽວ, ພະແນກ ຖວທ ແຂວງໄຊສົມບູນ







--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes