ປະຊາຊົນ ບ້ານແນ່ ເມືອງນໍ້າບາກ ຮຽກຮ້ອງ ໃຫ້ກວດສອບສວນກ້ວຍຈີນ ທີ່ບຸກລຸກ ໃກ້ເຂດ ນໍ້າຕົກທໍາມະຊາດ


ຫຼວງພະບາງ: ຈາກການຊີ້ແຈງຂອງ ທາງກະຊວງກະຊິກໍາ ແລະ ປ່າໄມ້ ກໍລະນີການສວນກ້ວຍ ທີ່ມີການໃຊ້ສານເຄມີ ທີ່ບໍ່ໄປຕາມການກໍານົດ ແລະ ການເຮັດສວນກ້ວຍ ໃສ່ບ່ອນຫ້າມ ຄື: ຫ້າມປູກໃກ້ແຄມນໍ້າ, ຫ້ວຍ, ຍອດນໍ້າ ຕ່າງໆ.

ປະຊາຊົນ ທີ່ເມືອງນໍ້າບາກ ໄດ້ສົ່ງຈົດໝາຍ ມາແຈ້ງເພື່ອໃຫ້ທາງ ກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ ໄດ້ລົງມາກວດສອບ ເພາະມີການຂະຫຍາຍພື້ນທີ່ ສວນກ້ວຍໃນເຂດ ເມືອງນໍ້າບາກ ທີ່ເຫັນວ່າ ເປັນໄພຕໍ່ ທໍາມະຊາດ ແລະ ອາດມີການໃຊ້ສານເຄມີ ທີ່ສົ່ງຜົນ ທັງໄລຍະສັ້ນ ແລະ ໄລຍະຍາວ.

ເຊິ່ງສວນກ້ວຍນີ້ ແມ່ນຂອງນັກລົງທຶນຈີນ ທີ່ປູກ ຢູ່ໃກ້ກັບ ຕາດບ້ານນາມູດ ແຫລ່ງຕົກຕາດທຳມະຊາດສູງຍາວກ່ວາ 50 ແມັດ  ທີ່ມີນໍ້າໄຫຼມາຈາກ 3 ຫ້ວຍ.​ ແຕ່ປັດຈຸບັນ ເຂດເທິງຫ້ວຍ ຈີນເອົາເຮັດສວນກ້ວຍຫມົດ.

ແຕ່ກ່ອນ ເມື່ອຮອດຍາມປີໃໝ່ສົງການ, ເຄີຍມີວົງດົນຕີໄປເປີດຕາດຫາລາຍໄດ້ ແຕ່ 3 ປີມານີ້ບ ບໍ່ມີຄົນໄປມໍ່ເລີຍ ເພາະນໍ້າຄັນ.​ ເຊິ່ງເນື້ອທີ່ດັ່ງກ່າວ ແມ່ນຢູ່ບ້ານແນ່ ແລະ ບ້ານນາມູດ ເມືອງນໍ້າບາກ ຫລວງພະບາງ.

ຈິງຮຽກຮ້ອງໃຫ້ມາຊ່ວຍແດ່!

ຈາກ: ປະຊາຊົນ ເມືອງນໍ້າບາກ










ນໍ້າຕົກ








--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes