Home ບຸນປະເພນີ ບ້ານນາມົນ ເມືອງກາສີໄດ້ຈັດງານບຸນປະເພນີຈູດບັ້ງໄຟ ຄ.ສ 2019
ບ້ານນາມົນ ເມືອງກາສີໄດ້ຈັດງານບຸນປະເພນີຈູດບັ້ງໄຟ ຄ.ສ 2019
May 22, 2019 0
ບ້ານນາມົນຈັດງານບຸນປະເພນີຈູດບັ້ງໄຟ
ເພື່ອປະຕິບັດຕາມຮີດສິບສອງຄອງສິບສີ່ ຮີດຍີ່ຄອງຈຽງ ຂອງຄົນລາວຊາວພຸດ ທີ່ເຄີຍປະຕິບັດກັນມາແຕ່ປູ່ຍ່າຕານາຍ, ທັງເປັນການບູຊາເທວະດາຟ້າແຖນ ເພື່ອຂໍນ້ຳຝົນໃຫ້ຕົກລົງມາຕາມລະດູການ.
ໃນວັນທີ 18 ພຶດສະພາ 2019 ຢູ່ທີ່ບ້ານນາມົນ ເມືອງກາສີ ແຂວງວຽງຈັນ ໄດ້ຈັດງານບຸນປະເພນີຈູດບັ້ງໄຟຂື້ນຢ່າງເປັນທາງການ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສີທົນ ແສງພະຈັນ ຮອງເມືອງເຈົ້າເມືອງໆກາສີ, ມີອຳນາດການປົກຄອງບ້ານນາມົນ, ມີບັນດາແຂກຖືກເຊີນອ້ອມຂ້າງເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນ ຊາຍໜຸ່ມ-ຍິງສາວພາຍໃນເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ສຳລັບບັ້ງໄຟທີ່ນຳມາຈູດໃນຄັ້ງນີ້ມີທັງໝົດ 4 ບັ້ງຄື: ບັ້ງໄຟຂອງທ່ານ ເຈົ້າເມືອງໆກາສີ, ເຂື່ອນໄຟຟ້ານ້ຳສະນາ ແລະ ບັ້ງໄຟຂອງບ້ານນາມົນ 2 ບັ້ງໂດຍໄດ້ມີການຕົກແຕ່ງເອ້ຢ້ອງໃຫ້ມີຄວາມສວຍສົດງົດງາມ, ມີກອນເຊີ້ງແຮ່ລຽບຕາມເສັ້ນທາງອ້ອມບ້ານໄປຫາບ່ອນຈູດ( ເຂດຜັງເມືອງໃໝ່ ) ເຊີ່ງແມ່ນ ທ່ານ ສີທົນ ແສງພະຈັນ ຮອງເຈົ້າເມືອງໆກາສີ, ທ່ານ ແສງຈັນ ຜູ້ອຳນວຍການເຂື່ອນໄຟຟ້ານ້ຳສະນາ (ທີມງານຫານຸມານດາກແດງ) ເປັນຜູ້ນຳບັ້ງໄຟມາຈູດ ສ່ວນບັ້ງໄຟທີ່ຂຶ້ນສູງ ແລະ ງົດງາມທີ່ສຸດແມ່ນບັ້ງໄຟຂອງເຂື່ອນໄຟຟ້ານ້ຳສະນາ ເຊີ່ງເຮັດໃຫ້ບັນຍາກາດງານບຸນປະເພນີຈູດບັ້ງໄຟໃນຄັ້ງນີ້ເປັນຂະບວນຟົດຟືນ ຈາກນັ້ນກໍ່ໄດ້ມີການເຂົ້າຮ່ວມພາເຂົ້າສາມັກຄີ ແລະ ເບີກບານມ່ວນຊື່ນ.
ຂ່າວ: ເມືອງກາສີ.
--------------------------------
Subscribe to:
Post Comments
(
Atom
)





Post a Comment