ເມືອງວັງວຽງ ຈັດງານບຸນບັ້ງໄຟ ປະຈຳປີ 2019

ແຂວງວຽງຈັນ: ໃນວັນທີ 17 ພຶດສະພາ 2019 ນີ້ ຢູ່ທີ່ ວັດມະຫາທາດບ້ານວັງວຽງ ເມືອງວັງວຽງ ແຂວງວຽງຈັນ. ໄດ້ມີງານປະກວດບັ້ງໄຟງາມ ແລະ ແຂ່ງຕີກອງຍາວ. ໂດຍການເຂົ້າຮ່ວມຂອງຫ້ອງການທີ່ກ້ຽວຂ້ອງ ແລະ ພໍ່ແມ່ປະຊາຊົນພາຍໃນເທດສະບານເມືອງເຂົ້າຮ່ວມ.



ໃຫ້ກຽດກ່າວເປີດງານໂດຍທ່ານ ລິນທອງ ບູລົມ ນາຍບ້ານໆວັງວຽງ ຜ່ານການແຂ່ງຂັນເຫັນວ່າບ້ານທີ່ມີກອນເຊີ້ງມ່ວນພ້ອນງາມ-ບັ້ງໄຟງາມ ທີ່ 1 ໄດ້ແກ່ບ້ານສະຫວ່າງ ໄດ້ຮັບລາງວັນ 1.500.000 ກີບ. ທີ່ 2 ໄດ້ແກ່ບ້ານ ໂພນເພັງ ໄດ້ຮັບລາງວັນ 1.000.000 ກີບ.ທີ່ 3 ໄດ້ແກ່ບ້ານ ຫ້ວຍສະເຫົ້ງາ ໄດ້ຮັບລາງວັນ 500.000 ກີບ.





ສ່ວນຕີກອງຫາງຍາວ ທີ່ 1 ໄດ້ແກ່ບ້ານຫ້ວຍແຍ້ໄດ້ຮັບລາງວັນຫົວຄວາຍ 1 ຫົວ,ເງີນລາງວັນ 100,000ກີບ, ມາໃນວັນທີ 18 ພຶດສະພາ 2019ຢູ່ທີ່ຫາດຊາຍດອນກາງນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ ໄດ້ມີງານບຸນບັ້ງໄຟປະຈຳປີ2019. ໂດຍໃຫ້ກຽດເຂົ້າຮ່ວມຂອງການນຳຂັ້ນເມືອງ, ມີບັນດາຫົວໜ້າຫ້ອງການຄະນະຫ້ອງການທີ່ກ່ຽວຂ້ອງ, ນາຍບ້ານ ແລະ ພໍ່ແມ່ປະຊາຊົນຊາວເມືອງວັງວຽງເຂົ້າຮ່ວມຢ່າງພ້ອມພຽງ.



ໃຫ້ກຽດເປີດງານໃນຄັ້ງນີ ໂດຍແມ່ນທ່ານ ລິນທອງ ບູລົມ ນາຍບ້ານໆວັງວຽງ ໃນງານບຸນບັ້ງໄຟປະຈຳປີນີ້ຊື່ງແມ່ນ ບ້ານ ວັງວຽງ ເປັນເຈົ້າພາບ.ໃນນີ້ມີບັ້ງໄຟ ທັງໝົດ 83 ບັ້ງໃນນັ້ນມີບັ້ງໄຟລ້ານ 3 ບັ້ງ, ບັ້ງໄຟທີ່ສົ່ງເຂົ້າປະກວດແຂ່ງຂັນມີ 21 ບັ້ງ, ຜ່ານການແຂ່ງຂັນຈູດບັ້ງໄຟເຫັນວ່າ ບັ້ງໄຟຂຶ້ນງາມເຂົ້າແລວທີ 1 ແມ່ນບັ້ງໄຟບັງກະໂລ ມາຈິມັງກາເດັນ ໄດ້ຮັບລາງວັນ 1.500.000 ກີບ, ທີ 2 ແມ່ນບັ້ງໄຟ ອູ່ 7 k ສ້ອມແປງລົດນະຄອນຫຼວງວຽງຈັນ ໄດ້ຮັບລາງວັນ 1.000.000ກີບ. ທີ 3 ແມ່ນບັ້ງໄຟບໍລິສັດ ແສງເພັດເກັບກູ້ລະເບີດພັດທະນາກໍ່ສ້າງ ແລະ ຂົ້ວທາງ ໄດ້ຮັບລາງວັນ 500.000 ກີບ. ໃຫ້ກຽດມອບລາງວັນໃນຄັ້ງນີ້ ໂດຍແມ່ນບັນດາທ່ານຄະນະກຳມະການພັດປ່ຽນກັນຂຶ້ນມອບ.



ຂ່າວ: ໝອນແກ້ວ







--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes