Home ເມືອງກາສີ ທີມງານອາສາສະໝັກຊາວໜຸ່ມສ້າງຝັນ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ບ້ານຖ້ຳເທີບເມືອງກາສີ
ທີມງານອາສາສະໝັກຊາວໜຸ່ມສ້າງຝັນ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ບ້ານຖ້ຳເທີບເມືອງກາສີ
May 22, 2019 0
ແຂວງວຽງຈັນ: ວັນທີ 11 ພຶດສະພາ 2019 ນີ້ຜ່ານມາ, ທີມງານອາສາສະໝັກຊາວໜຸ່ມສ້າງຝັນ ໄດ້ຮ່ວມແຮງຮ່ວມໃຈກັນນຳເອົາ ອຸປະກອນການຮຽນ, ອຸປະກອນກິລາ ແລະ ອຸປະກອນກໍ່ສ້າງຫ້ອງນ້ຳສ່ວນໜື່ງມາມອບໃຫ້ແກ່ໂຮງຮຽນປະຖົມບ້ານ ຖ້ຳເທີບ ແລະ ເຄື່ອງນຸ່ງຫົ່ມໃຫ້ແກ່ບ້ານ ຖ້ຳເທີບ ເມືອງກາສີ ແຂວງວຽງຈັນເຊີ່ງປະກອບມີ: ປື້ມ 800 ຫົວ, ບິກ 600 ກ້ານ, ບັນທັດ 200 ອັນ, ຢ່າງລຶບ 200 ອັນ, ສໍດຳ 600 ກ້ານ, ສີມັງ 5, ສັງກະສີ 5 ແຜ່ນມູນຄ່າ 4.500.000 ກີບ ແລະ ເຄື່ອງນຸ່ງຫົ່ມ 6 ເປົາ ມູນຄ່າ 10.500.000 ກີບ ລວມມູນຄ່າການຊ່ວຍເຫຼືອທັງໝົດແມ່ນ 15.000.000 ກີບ.
ສຳລັບແຫຼ່ງທຶນທີ່ນຳມາຊື້ອຸປະກອນຊ່ວຍເຫຼືອໃນຄັ້ງນີ້ແມ່ນໄດ້ມາຈາກການລະດົມຈາກພໍ່ແມ່ປະຊາຊົນ, ອ້າຍເອື້ອຍນ້ອງ, ໝູ່ເພື່ອນມິດສະຫາຍທຸກຄົນທີ່ໃຈບຸນມີນ້ຳໃຈເອື້ອເຟື້ອເພື່ອແຜ່ໃຫ້ແກ່ສັງຄົມກໍ່ຄື ນ້ອງນ້ອຍນັກຮຽນ - ເຍົາວະຊົນຜູ່ທີ່ດ້ອຍໂອກາດ ເຂດຫ່າງໄກຊອກຫຼີກ ແລະ ຂາດເຂີນເຄື່ອງນຸ່ງຫົ່ມ, ເພື່ອເປັນແຮງຈູງໃຈ ໃນການດຳລົງຊີວິດເປັນກຳລັງໃຈໃນການສຶກສາ ຮ່ຳຮຽນໃຫ້ມີອານາຄົດທີ່ດີເພື່ອພັດທະນາ ບ້ານເກີດເມືອງນອນຂອງຕົນເອງໃນພາຍພາກໜ້າ
ເຊີ່ງໃຫ້ກຽດກ່າວມອບໂດຍ ແມ່ນທີມງານອາສາສະໝັກຊາວໜຸ່ມສ້າງຝັນທັງໝົດ ແລະ ກ່າວຮັບໂດຍແມ່ນທ່ານ ສົມໝາຍ ພົນຈະເລີນສີ ຜູ້ອຳນວຍການ ໂຮງຮຽນປະຖົມສົມບູນບ້ານ ຖ້ຳເທີບ ແລະ ທ່ານ ຄຳເຫຼັກ ນາຍບ້ານ ບ້ານ ຖ້ຳເທີບ ໂດຍຊ່ອງໜ້າກັບອຳນາດການປົກຄອງ, ພະນັກງານຄູອາຈານ -ພະນັກງານກໍ່ສ້າງຮາກຖານປະຈຳກຸ່ມບ້ານພ້ອມດ້ວຍນ້ອງນ້ອຍນັກຮຽນເຂົ້າຮ່ວມເປັນສັກຂີພິຍານ ແລະ ເພື່ອເປັນການສະແດງຄວາມຮູ້ບຸນຄຸນທັງ 2 ທ່ານກໍ່ໄດ້ກ່າວສະແດງຄວາມຂອບອົກຂອບໃຈມາຍັງທີມງານອາສາສະໝັກຊາວໜຸ່ມສ້າງຝັນ ທີ່ມີນ້ຳຈິດນ້ຳໃຈເອື້ອເຟື້ອເພື່ອແຜ່ ໃຫ້ການຊຸກຍູ້ຊ່ວຍເຫຼືອການຮຽນ - ການສອນ, ການກໍ່ສ້າງ ແລະ ເຄື່ອງນຸ່ງຫົ່ມໃຫ້ແກ່ທາງໂຮງຮຽນ ແລະ ບ້ານຂອງພວກເຮົາ ພ້ອມນັ້ນທ່ານຍັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງຊ່ວຍເຫຼືອໃນຄັ້ງນີ້ໄປແຈກຢາຍໃຫ້ແກ່ນ້ອງນ້ອຍນັກຮຽນ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານໃຫ້ໄດ້ ຮັບກັນຢ່າງທົ່ວເຖິງກັນ, ຈະພ້ອມກັນປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດຜົນປະໂຫຍດອັນສູງສຸດ.
ການຊ່ວຍເຫຼືອໃນຄັ້ງນີ້ຫວັງວ່າຈະບໍ່ເປັນຄັ້ງສຸດທ້າຍ ແລະ ກໍ່ຂໍໃຫ້ທາງທີມງານອາສາສະ ໝັກຊາວໜຸ່ມສ້າງຝັນນີ້ໃຫ້ການຊ່ວຍເຫຼືອໂຮງຮຽນ ແລະ ບ້ານຂອງພວກເຮົາໃນຕໍ່ໜ້າຕື່ມອີກ.
ຂ່າວ: ເມືອງກາສີ
--------------------------------
Subscribe to:
Post Comments
(
Atom
)



Post a Comment