Home ເມືອງຊະນະຄາມ ເມືອງຊະນະຄາມ ຈັດງານບຸນບັ້ງໄຟປະຈໍາປີ 2019 ຢ່າງມ່ວນຊື່ນ ຕາມຮີດຄອງອັນດີງາມ
ເມືອງຊະນະຄາມ ຈັດງານບຸນບັ້ງໄຟປະຈໍາປີ 2019 ຢ່າງມ່ວນຊື່ນ ຕາມຮີດຄອງອັນດີງາມ
May 22, 2019 0
ແຂວງວຽງຈັນ: ໃນວັນອາທິດ ທີ 19 ພຶດສະພາ 2019 ຜ່ານມາ, ຢູ່ທີ່ເມືອງຊະນະຄາມ ແຂວງວຽງຈັນ ໄດ້ຈັດງານເທດສະການບຸນບັ້ງໄຟ ປະຈໍາປີຂຶ້ນ, ຢູ່ທີເດີນສາທາລະນະ " ນາປ່າໂກດ " ບ້ານສີພູມ ເມືອງຊະນະຄາມ ແຂວງວຽງຈັນ, ເຊິ່ງໃນງານບຸນດັ່ງກ່າວ ໄດ້ມີບັນດາມວນຊົນທັງພາຍໃນເມືອງ ເປັນຕົ້ນ: ບັນດາຄະນະນໍາຂັ້ນເມືອງ, ພະນັກງານ, ອົງການປົກຄອງບ້ານ, ນັກທຸລະກິດ, ຫ້າງຮ້ານຂອງພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນ, ບັນດານັກທ່ອງທ່ຽວທີ່ມາຈາກຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າຮ່ວມໃນງານບຸນດັ່ງກ່າວ ຢ່າງຄຶກຄື້ນມວນຊື່ນ.
ງານບຸນບັ້ງໄຟ ເມືອງຊະນະຄາມໃນປີນີ້ ກົງກັບມື້ 1 ຄໍາເດືອນ 6 ພໍສໍ 2562, ເປັນງານບຸນໜຶ່ງທີ່ມີຄວາມສໍາຄັນທາງດ້ານຮີດຄອງປະເພນີ ທີ່ໄດ້ສືບທອດປະຕິບັດກັນມາແຕ່ບູຮານ ໂດຍປະຕິບັດຕາມຮີດ 12 ຄອງ 14 ຂອງຄົນລາວຊາວພຸດເຮົາ, ທັງນີ້ກໍ່ເພື່ອເປັນການຮັກສາມູນເຊື້ອມໍຣະດົກທາງດ້ານວັດທະນະທໍາອັນດີງາມໃຫ້ລູກຫຼານໄດ້ສືບທອດປະຕິບັດ, ທັງເປັນສົ່ງເສີມດ້ານການທ່ອງທ່ຽວ ແລະ ການຄ້າຢູ່ພາຍໃນເມືອງໃຫ້ມີບັນຍາກາດຂະຫຍາຍຕົວ, ທັງເປັນການເຕົ້າໂຮມຄວາມສາມັກຄີຂອງບັນດາປະຊາຊົນໃນທົ່ວເມືອງ ແລະ ບັນດາແຂກຄົນທີ່ມາທ່ຽວຊົມໄດ້ມີໂອກາດອັນດີ ເພື່ອພົບປະເຮັດກິດຈະກໍາ ແລະ ມ່ວນຊື່ນຮ່ວມກັນ, ເປັນການສືບສານຄວາມເຊື່ອຖືຂອງບັນທະບຸລຸດ ທີ່ໄດ້ຖ່າຍທອດໃຫ້ລູກຫຼານໄດ້ປະຕິບັດກັນມາ
ເພື່ອກະກຽມເຂົ້າສູ່ລະດູການຜະລິດເປັນຕົ້ນແມ່ນລະດູການເຮັດນາ ເພື່ອເຮັດໃຫ້ຝົນຟ້າຕົກຖືກຕ້ອງຕາມລະດູການ ດັ່ງນັ້ນປະຊາຊົນໃນຂອບເຂດທົ່ວເທດ ເວົ້າລວມເວົ້າສະເພາະປະຊາຊົນຊາວເມືອງຊະນະຄາມ ຈຶ່ງໄດ້ເຮັດກິດຈະກໍາຈັດງານບຸນບັ້ງໄຟຂຶ້ນ ເພື່ອຈູດບັ້ງໄຟ ນ້ອຍ-ໃຫຍ່ບູຊາເທວະດາ, ພະຍາອິນ, ພະຍາແຖນເພື່ອຂໍຟ້າຂໍຝົນ, ອໍານວຍອວຍພອນໃຫ້ຝົນຟ້າໃນປີດັ່ງກ່າວໄດ້ຕົກຖືກຕ້ອງຕາມດູການ ແລະ ຜົນລະລິດຂອງປະຊາຊົນໄດ້ດີເພີ່ມຂື້ນຫຼາຍກວ່າປີຜ່ານມາ.
ສະເພາະໃນປີນີ້ ມີຈໍານວນບັ້ງໄຟ ທີ່ມາຈາກບັນດາພາກສ່ວນອົງການລັດ, ບັນດາອົງການປົກຄອງບ້ານ, ທຸລະກິດຫ້າງຮ້ານ, ປະຊາຊົນພາຍໃນເມືອງ ແລະ ນັກທ່ອງທ່ຽວ ໄດ້ນໍາບັ້ງໄຟຂອງຕົນເຂົ້າຮ່ວມທັງໝົດຈໍານວນ 65 ບັ້ງ; ໃນນີ້ ຈໍານວນບັ້ງໄຟທີ່ນໍາເຂົ້າບູຊາມີ 15 ບັ້ງ, ການແຂ່ງຂັ້ນງານບຸນບັ້ງໄຟໃນປີນີ້ແບ່ງອອກເປັນສອງປະເພດຄື: ປະເພດບັ້ງໄຟໃຫຍ່ 6 ກິໂລກຣາມ ຫາ 12 ກິໂລກຣາມ: ລາງວັນທີໜຶ່ງເປັນຂອງທີມງານ"ສະບາຍດີມາຍນິ້ງ" , ລາງວັນທີສອງເປັນຂອງທີມງານ" ຊຸບເປີຣອກເກັດ",ລາງວັນທີສາມເປັນຂອງທີມງານ" ສັກກະລິນ"; ປະເພດບັ້ງໄຟນ້ອຍ 2 ກິໂລກຣາມ ຫາ 5 ກິໂລກຣາມ: ລາງວັນທີໜຶ່ງເປັນຂອງທີມງານ" ເທບພະເຈົ້າສາຍຟ້າ",ລາງວັນທີສອງເປັນຂອງທີມງານ" ໜຸ່ມເທດສະບານ",ລາງວັນທີສາມເປັນຂອງທີມງານ" ກະແລມຄົນໂມ້".
ຂ່າວ: ສະຫລິງ
--------------------------------
Subscribe to:
Post Comments
(
Atom
)





Post a Comment