Home ສະຫະພັນນັກຮົບເກົ່າ ເມືອງໝື່ນ ຈັດກອງປະຊຸມເຜີຍແຜ່ - ເຊື່ອມຊຶມກົດໝາຍວ່າດ້ວຍສະຫະພັນນັກຮົບເກົ່າລາວ
ເມືອງໝື່ນ ຈັດກອງປະຊຸມເຜີຍແຜ່ - ເຊື່ອມຊຶມກົດໝາຍວ່າດ້ວຍສະຫະພັນນັກຮົບເກົ່າລາວ
May 22, 2019 0
ແຂວງວຽງຈັນ: ກອງປະຊຸມເຜີຍແຜ່ - ເຊື່ອມຊຶມກົດໝາຍວ່າດ້ວຍສະພັນນັກຮົບເກົ່າລາວ ເມືອງໝື່ນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2019 ນີ້ ຢູ່ທີ່ສະໂມສອນໃຫຍ່ ຫ້ອງວ່າການປົກຄອງເມືອງໝື່ນ ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນເອກ ບຸນຍົງ ວົງສີຈັນ ກຳມະການ ປະທານສະຫະພັນນັກຮົບເກົ່າເເຂວງວຽງຈັນ,ມີກຳມະການພັກເມືອງ,ຫົວໜ້າ - ຮອງຫົວໜ້າຫ້ອງການ,ພະນັກງານວິຊາການຈາກຫ້ອງການອ້ອມຂ້າງ ເມືອງ ແລະ ມີສະມາຊິກສະຫະພັນນັກຮົບເກົ່າເມືອງໝື່ນ ເຂົ້າຮ່ວມທັງໝົດ 86 ທ່ານ,ຍິງ 09 ທ່ານ.
ທ່ານ ພັນເອກ ບຸນຍົງ ວົງສີຈັນ ກຳມະການ ປະທານສະຫະພັນນັກຮົບເກົ່າເເຂວງວຽງຈັນ ໄດ້ໃຫ້ກຽດເຜີຍແຜ່ - ເຊື່ອມຊຶມກົດໝາຍວ່າດ້ວຍ ສະຫະພັນນັກຮົບເກົ່າລາວ ໂດຍທ່ານໄດ້ເຜີຍແນະນຳພ້ອມທັງຍົກໃຫ້ເຫັັນຄວາມໝາຍຄວາມສຳຄັນຂອງກົດໝາຍດັ່ງກ່າວ ເຊິ່ງມີທັງໝົດ 10 ພາກ , 59 ມາດຕາ ພາຍຫຼັງສຳເລັັດການເຜີຍແຜ່ - ເຊື່ອມຊຶມກົດໝາຍແລ້ວ ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສະບັບເລກທີ 4224/ກປທ,ລົງວັນທີ 29/10/2018 ວ່າດ້ວຍການປະດັບຫຼຽນກຽດຕິຄຸນກອງທັບປະຊາຊົນລາວໃຫ້ນາຍທະຫານທີ່ຮັບບຳນານ ສັງກັດຢູ່ສະຫະພັນນັກຮົບເກົ່າເມືອງໝື່ນ 1 ສະຫາຍ ,
ຈາກນັ້ນກໍ່ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດສະບັບເລກທີ 2856/ກປທ,ລົງວັນທີ 08/08/2018 ວ່າດ້ວຍການປະດັບຫຼຽນກາລະນຶກ 70 ກອງທັບປະຊາຊົນລາວໃຫ້ແກ່ອາດີດນາຍທະຫານ,ສະຫະພັນນັກຮົບເກົ່າແຫ່ງຊາດລາວໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ວັນທີ 20/01/1949 – 20/01/2019 ເຊິ່ງມີ ຈຳນວນ 12 ສະຫາຍ ໃຫ້ກຽດຂຶ້ນປະດັບຫຼຽນກາລະນຶກຄັ້ງນີ້ແມ່ນ ທ່ານ ມິດສາຄອນ ອິນທະປັດຖາ ກຳມະການພັດເມືອງ ຫົວໜ້າຫ້ອງການພາຍໃນເມືອງໝື່ນ ຢ່າງສົມກຽດ .
ຂ່າວ: ແຫວນຄຳ
Subscribe to:
Post Comments
(
Atom
)









Post a Comment