ປະຊາຊົນບ້ານນາກະເຈີມ ດີໃຈໄດ້ທຶນຈາກ ທລຍ ສ້ອມແປງເສັ້ນທາງເຂົ້າບ້ານ




ສາລະວັນ: ເສັ້ນທາງ ຖືເປັນ ໂຄງລ່າງພື້ນຖານສໍາຄັນຂອງປະຊາຊົນ ໂດຍສະເພາະເຂດຊົນນະບົດ ເພື່ອເຊື່ອມຕໍ່ກັບ ເສັ້ນທາງຫຼວງ ແລະ ຕົວເມືອງ. ຖ້າເສັ້ນທາງເຂົ້າແຕ່ລະບ້ານມີຄວາມສະດວກສະບາຍ ກໍ່ຈະຊ່ວຍອໍານວຍຄວາມສະດວກ ແລະ ເປັນປັດໃຈພັກດັນການພັດທະນາ. ປະຊາຊົນຈະຍູທາງ ທໍາມາຫາກິນ ແລະ ພັດທະນາ ຊີວິດການເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ.

ປະຊາຊົນ ບ້ານນາກະເຈີມ ເມືອງຕຸ້ມລານ ແຂວງສາລະວັນ ເປັນບ້ານໜຶ່ງທີ່ນອນໃນບ້ານທົດລອງ ເປັນເຈົ້າການຈັດຕັ້ງປະຕິບັດໂຄງການການຍ່ອຍຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ທີ່ປະຊາຊົນເປັນຜູ້ເຮັດເອງ, ຈັດການ- ບໍລິຫານເອງ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ກັບບ້ານ, ປະຊາຊົນ ແລະ ສ້າງລາຍຮັບໃຫ້ຄອບຄົວທີ່ມີລາຍໄດ້ໜ້ອຍ ສ່ວນຮ່ວມໃນການພັດທະນາບ້ານ ແລະ ພັດທະນາຄອບຄົວ. ຊຶ່ງປະຊາຊົນ ມີຄວາມຕື່ນຕົວໃນການປະຕິບັດໂຄງການດ້ວຍຊຸມຊົນເອງ ແລະ ປະຈຸບັນສຳເລັດແລ້ວ 80% ໂດຍໄດ້ນໍາໃຊ້ແຮງງານ 300 ກວ່າຄົນ.

ລາຍງານໂດຍ: ໜັງສືພິມ“ສາລະວັນ“









--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes