ຈຸດບໍລິການຈັດຫາງານ ຮສສ .ນວ ລົງໂຄສະນາເຜີຍແຜ່ວຽກງານ ແລະ ເວບໄຊຈັດຫາງານສາທາລະນະຊົນ ໃຫ້ກັບນ້ອງນັກຮຽນ


ນະຄອນຫຼວງວຽງຈັນ: ເພື່ອເປັນການສ້າງໂອກາດໃຫ້ຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ຫຼື ຜູ້ວາງງານ, ໄດ້ເຂົ້າເຖິງການຈ້າງງານ ຂອງ ບັນດາຫົວໜ່ວຍແຮງງານ, ກໍຄຶຫົວໜ່ວຍທຸລະກິດຕ່າງໆ, ໃນການສ້າງທາງເລືອກໃຫ້ກັບນ້ອງນັກຮຽນໃນການຕັດສິນໃຈເລືອກຮຽນໃນອານາຄົດ, ສາຂາອາຊີບໃຫ້ແທດເໝາະກັບ ຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ເພື່ອໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕະຫຼາດແຮງງານ ແລະ ແນວໂນ້ມຄວາມຕ້ອງການຂອງຕະຫຼາດແຮງງານ ໃນອານາຄົດ




ໃນລະຫວ່າງກາງເດືອນ ພຶດສະພາ 2019 ຜ່ານມານີ້, ຈຸດບໍລິການຈັດຫາງານ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ( ຮສສ. ນວ ) ໄດ້ຈັດກິດຈະກຳລົງໂຄສະນາເຜີຍແຜ່ວຽກງານ ຈຸດບໍລິການຈັດຫາງານ ແລະ ເວບໄຊຈັດຫາງານສາທາລະນະຊົນ: www.pes.molsw.gov.la




 ໂດຍເປັນການລົງເຜີຍ ຂອງ ທ່ານ ວິໄລກອນ ຈັນທະລາຕີ ຫົວໜ້າຂະແໜງພັດທະນາສີມືແຮງງານ ແລະ ຈັດຫາງານ, ມີບັນດາທ່ານ ຮອງຂະແໜງ , ພ້ອມດວ້ຍ ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ ເປັນຈຳນວນຫລາຍ.
ໂຄງການເສີມສ້າງຄວາມອາດສາມາດ ທາງດ້ານວິຊາການເພື່ອພັດທະນາລະບົບການຈັດຫາງານ ຢູ່ ສປປ ລາວ ນີ້, ແມ່ນການໃຫ້ທຶນສະໜັບສະໜູນຈາກ ລັດຖະບານຍີປຸ່ນ ຜ່ານທະນະຄານພັດທະນາອາຊີ ( ADB )ໂດຍຂະແໜງພັດທະນາສີມືແຮງງານ ແລະ ຈັດຫາງານ ເປັນຜູ້ຈັດຕັ້ງປະຕິບັດ

ພາຍໃຕ້ໂຄງການເສີມສ້າງຄວາມອາດສາມາດ ທາງດ້ານວິຊາການເພື່ອພັດທະນາລະບົບການຈັດຫາງານ ແລະ ສ້າງຊ່ອງທາງການບໍລິການຈັດຫາງານແບບທັນສະໃໝຂື້ນ, ການລົງຈັດກິດຈະກຳລົງໂຄສະນາເຜີຍແຜ່ວຽກງານ ຈຸດບໍລິການຈັດຫາງານ ແລະ ເວບໄຊຈັດຫາງານສາທາລະນະຊົນ ຄັ້ງນີ້, ລວມມີ 3 ຈຸດ, 2 ເມືອງ ຄື: ຢູ່ສູນພັດທະວິຊາຊີບນາສ້ຽວ, ໂຮງຮຽນມັດທະຍົມສົມບູນໂພນທອງ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ແລະ ຢູ່ໂຮງຮຽນມັດທະຍົມສົມບູນນາພອກ ,ເມືອໄຊທານີ, ນະຄອນຫຼວງວຽງຈັນ.



ໃນນັັ້ນ, ຍັງໄດ້ນຳສະເໜີ ປະຫວັດຄວາມເປັນມາຂອງຈຸດບໍລິການຈັດຫາງານ ແລະ ເຜີຍແຜ່ ພາລະບົດບາດ, ໜ້າທີ່ຂອງຈຸດບໍລິການຈັດຫາງານໃຫ້ສັງຄົມຮັບຮູ້ຢ່າງທົ່ວເຖິງ, ຂໍ້ມູນຂ່າວສານຕະຫຼາດແຮງງານ ແລະ ແນະນຳສາຂາອາຊີບ, ໂຄສະນາເຜີຍແຜ່ເວັບໄຊບໍລິການຈັດຫາງານສາທາລະນະຊົນ ແລະ ກິດຈະກຳ ຖາມ-ຕອບຄວາມຮູ້ກ່ຽວກັບວຽກງານແຮງງານເພື່ອເອົາລາງວັນ ໃຫ້ກັບນ້ອງນັກຮຽນ ນຳອີກ. /




ທ່ານໃດສົນໃຈສາມາດສອບຖາມໄດ້ຕາມ ເບີໂທ
ຈຸດບໍລິການຈັດຫາງານ ນະຄອນຫຼວງວຽງຈັນ
021 264498, 020 22226698, 020 22448787.

ຂ່າວ ຮສສ: ນ. ເພັດສະໄໝ

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes