Home ນະຄອນຫຼວງວຽງຈັນ ທ້າວສົມເນດ ໄດ້ຮັບການຜ່າຕັດຂາແລ້ວ! ຕອນນີ້ພັກຟື້ນທີ່ໂຮງໝໍ 150 ຕຽງ, ຄອບຄົວກ່າວຂອບໃຈ ສັງຄົມທີ່ເມດຕາ
ທ້າວສົມເນດ ໄດ້ຮັບການຜ່າຕັດຂາແລ້ວ! ຕອນນີ້ພັກຟື້ນທີ່ໂຮງໝໍ 150 ຕຽງ, ຄອບຄົວກ່າວຂອບໃຈ ສັງຄົມທີ່ເມດຕາ
May 29, 2019 0
ນະຄອນຫຼວງວຽງຈັນ: ລາຍງານຄວາມຄືບໜ້າ ຈາກຜູ່ປະສານງານ ແລະ ຄອບຄົວ ທ້າວສົມເນດ ຄົນເຈັບ ອານາຖາ ທີ່ຂໍການຊ່ວຍເຫຼືອຈາກສັງຄົມ. ໃນວັນທີ 28 ພຶດສະພາ 2019 ຄົນເຈັບໄດ້ຮັບການຜ່າຕັດແລ້ວ ເຊິ່ງປະຈຸບັນ ແມ່ນຍັງພັກຟື້ນທີ່ໂຮງໝໍ 150 ຕຽງ, ແລະ ຍັງຈະມີການຕິດຕາມ ແລະ ປິນປົວ ໄປອີກໄລຍະໜື່ງ.
ສ່ວນການລາຍງານ ເງິນບໍລິຈາກ ແລະ ລາຍຈ່າຍ ທາງທີມງານ ຈະຕິດຕາມ ແລະ ແຈ້ງໃຫ້ສັງຄົມຮັບຊາບອີກຕື່ມພາຍຫຼັງ. ສ່ວນການລະດົມທຶນ ແມ່ນຍັງຮັບຢູ່. ຖ້າໄດ້ເງິນພຽງພໍ ແລະ ຄົນເຈັບ ສາມາດກັບບ້ານໄດ້ແລ້ວ ພວກເຮົາຈະແຈ້ງໃຫ້ຊາບ ເພື່ອການປິດການລະດົມທຶນ.
ຂ່າວກ່ອນໜ້ານີ້
ຕອນນີ້ພີນ້ອງຂອງເຮົາເຈັບ.ຂາຫັກນອນຢູ່ໂຮງຫມໍ 150 ຕຽງທ່ານຫມໍກວດວ່າເປັນກະດູກພ່ອຍເປັນມະເຮັງ. ແລ້ວຄອບຄົວຂອງຜູ້ເຈັບເປັນຄອບຄົວທີຢາກຈົນຫລາຍບໍ່ມີເງິນຈະຜ່າຕັດຂາໃຫ້ລູກຊາຍ.ໂທລະໂຄ່ງມີວິທີເເນະນຳເເນວໃດບໍ່. ຢາກຂໍຄວາມຊວ່ຍເຫຼືອຈາກທ່ານທີມີນຳໃຈຊ່ວຍນ້ອງເເດ່. ເບີໂທພໍ່ເເມ່ເດັກຜູ້ປວ່ຍ030 4718 158; 030 4538 135
ໃບຢັ້ງຢືນຄວາມທຸກຍາກ
ປື້ມບັນຊີແມ່ ຄົນເຈັບ
--------------------------------
Subscribe to:
Post Comments
(
Atom
)












Post a Comment