Home ໄພສັງຄົມ ຕົ້ມຕຸນ ຊື້ເຄື່ອງແລ້ວບໍ່ຈ່າຍເງິນ! ເຕືອນໄພແມ່ຄ້າໃຫ້ລະວັງ (ມີຄລິບ)
ຕົ້ມຕຸນ ຊື້ເຄື່ອງແລ້ວບໍ່ຈ່າຍເງິນ! ເຕືອນໄພແມ່ຄ້າໃຫ້ລະວັງ (ມີຄລິບ)
May 29, 2019 0
ສະບາຍດີ ຂໍຄວາມຊ່ວຍເຫລືອມາຍັັງຫມູ່ເພືອນເຟດບຸກ ແຊເຕືອນໄພນີ້ແດ່
ເລື່ອງມີຢູ່ວ່າ: ຕອນສວຍເວລາ13:00 ໂມງວັນທີ່ 27 ພຶດສະພາ 2019 ໄດ້ມີຜູ້ຍິງຄົນ 1 ທີ່ຢູ່ໃນຮູບມາຊື້ເຄື່ອງຢູ່ຮ້ານຂ້ອຍທີ່ຕະຫລາດກົກໂພ ລາວບອກວ່າຈະ້ເຮັດກອງບຸນລາວສັ່ງເຂົ້າ 1 ເປົາ ແລະນຳ້ຕານ 20 ຖົງຂະນໍ10ຖົງແປ້ງນົວ1ເປົ່າລວມລາຄາປະມານ 980.000 ລາວໄດ້ບອກຂ້ອຍເອົາໄປສົ່ງຢູ່ບ້ານລາວ, ແຖວຕະຫລາດກົກໂພ.
ຜູ່ກ່ຽວຕົວະວ່າເປັນເຈົ້າຂອງເຮືອນ, ທີ່ຈິງແລ້ວບໍ່ແມ່ນບ້ານລາວ. ລາວພຽງບໍ່ເຫັນຄົນຢູ່ແລ້ວເອົາລົດຕົນເອງໄປຈອດໄວ້ແລ້ວແອບອ້າງວ່າເປັນບ້ານຕົນເອງ.
ຫລັງຈາກຂ້ອຍໄປສົ່ງແລ້ວຂ້ອຍກໍຖາມເອົາເງິນ. ລາວກໍຕອບວ່າເງິນຢູ່ກັບເອື້ອຍລາວ, ເອື້ອຍລາວກຳລັງມາ. ລາວບອກໃຫ້ຂ້ອຍກັບໄປເອົາເຄື່ອງທີ່ລາວສັ່ງຮອບສອງມາໃຫ້ລາວ. ດ້ວຍຄວາມບໍ່ຮູ້ກົນລວງຂອງລາວ, ພໍຂ້ອຍໄປເອົາເຄື່ອງຮອບທີ່ 2 ກັບມາກໍບໍ່ເຫັນລາວແລ້ວ. ແລະໄປຖາມຄົນແຖວນັ້ນກໍບໍ່ມີໃຜຮູ້ຈັກລາວ.
ດັ່ງນັ້ນຈື່ງຂໍ້ຄວາມຊ່ວຍເຫຼືອມາຍັງເພື່ອນໃນເຟສບຸກ ແຊ ແລະຂໍເຕືອນແມ່ຄ້າຊາວຂາຍທັງຫລາຍໃຫ້ລະວັງບຸກຄົນທີ່ບໍ່ດີເຫລົ່ານີ້ແດ່ເດີ້D ໂຈນຈະມາໃນທຸກຮູບແບບສຸມື້ນິອັນຕະລາຍຫລາຍ
ຄລິບ
--------------------------------
Subscribe to:
Post Comments
(
Atom
)






Post a Comment