ສອງໂຄງການໃນຂະແໜງປົກປ້ອງທາງສັງຄົມ ແລະ ໃນຂະແຫນງນ້ຳ, ສຸຂະພິບານ ແລະ ອະນາໄມເພື່ອປັບປຸງໂພຊະນາການໃນສປປລາວ





ວຽງຈັນ, 9 ພຶດສະພາ 2019 - ໂຄງການໃຫມ່ທັງສອງ, ລວມມູນຄ່າທັງຫມົດ 52 ລ້ານໂດລາສະຫະລັດ, ຈະພ້ອມກັນແກ້ໄຂບັນຫາ ການຂາດສານອາຫານຊໍາເຮື້ອທີ່ມີອັດຕາທີ່ສູງຢູ່ເຂດພາກເຫນືອຂອງສປປລາວ. ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດສານອາຫານໃນຊົນນະບົດ ຂອງຂະແໜງປົກປ້ອງສັງຄົມ ຈະວາງຮາກຖານຂອງລະບົບການປົກປ້ອງທາງສັງຄົມແຫ່ງຊາດ ແລະ ສະຫນັບສະຫນູນການໂອນເງິນແບບມີເງື່ອນໄຂໃຫ້ຄົວເຮືອນເປົ້າໝາຍ ເພື່ອປັບປຸງໂພຊະນາການໃຫ້ດີຂຶ້ນ. ໂຄງການຂະຫຍາຍນ້ຳປ​ະ​ປາ, ສຸຂາພິບານ ແລະ ອະນາໄມ ຈະຂະຫຍາຍການເຂົ້າເຖິງ ນ້ຳ, ສຸຂາພິບານ ແລະ ອະນາໄມ ທີ່​ດີ​ຂຶ້ນ.

ໂຄງການຂອງຂະແໜງປົກປ້ອງທັງສັງຄົມມູນຄ່າ 27 ລ້ານໂດລາ ສະຫະລັດ ແລະໂຄງການຂອງຂະແໜງນ້ຳ ແລະ ສຸ​ຂາ​ພິ​ບານ ມູນຄ່າ 25 ລ້ານໂດລາສະຫະລັດ ໄດ້ຮັບການລົງນາມໃນມື້ນີ້ໂດຍ ທ່ານຮອງລັດຖະມົນຕີກະຊວງການເງິນ, ທ່ານ ນາງ ທິບພະກອນ ຈັນທະວົງສາ   ແລະ ຫົວໜ້າທະນາຄານໂລກປະຈຳ ສປປ ລາວ ທ່ານ ນິໂກລ້າ ໂປນຕາລາ, (Mr Nicola Pontara). ທັງສອງໂຄງການຈະໄດ້ຮັບການຈັດຕັ້ງປະຕິບັດຢູ່ ແຂວງຊຽງຂວາງ, ຫົວພັນ, ຜົ້ງສາລີ ແລະ ອຸດົມໄຊ, ເຊິ່ງໄດ້ຮັບຜົນກະທົບ ພາວະການຂາດສານອາຫານຊໍາເຮື້ອ (ເຕັ້ຍ) ໃນລະດັບສູງ ເຊິ່ງສູງກວ່າ 40 ສ່ວນຮ້ອຍ. ການຂາດສານອາຫານຊໍາເຮື້ອໃນໄວເດັກສົ່ງຜົນໃຫ້ສຸຂະພາບຂອງເດັກອ່ອນແອ, ເຮັດໃຫ້ເດັກນ້ອຍພັດທະນາຊ້າ, ຜົນການການຮຽນຕ່ຳ ແລະ ໃນທີ່ສຸດກໍ່ເຮັດໃຫ້ໂອກາດໃນການຖືກຈ້າງງານລົດລົງ, ສະນັ້ນ, ຈຶ່ງເຮັດໃຫ້ຊຸມຊົນບໍ່ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ. ອັດຕາການຂາດສານອາຫານຂອງແມ່ ແລະ ເດັກໃນປະຈຸບັນ ເທົ່າກັບການສູນເສຍຕົ້ນທຶນມະນຸດໃນປະເທດລາວ ຄິດເປັນມູນຄ່າປະມານ 2.4% ຂອງລວມຍອດຜະລິດຕະພັນພາຍໃນໃນແຕ່ລະປີ.

ທ່ານ ນິໂກລ້າ ໂປນຕາລາ ຫົວໜ້າທະນາຄານໂລກປະຈຳ ສປປລາວ ກ່າວວ່າ “ເດັກນ້ອຍທີ່ເກີດໃນປະເທດລາວໃນມື້ນີ້ຈະມີປະສິດທິຜົນພຽງແຕ່ 45% ຖ້າທຽບໃສ່ປະສິດທິຜົນອັນເຕັມສ່ວນໃນກໍລະນີທີ່ລາວໄດ້ຮັບ ການສຶກສາ ແລະ ບໍລິການສຸຂະພາບຢ່າງເຕັມທີ່. ການລົງທຶນເຂົ້າໃນການປັບປຸງໂພຊະນາການຫມາຍເຖິງການສ້າງທຶນມະນຸດຂອງປະເທດ, ເຊິ່ງຈະຊ່ວຍໃຫ້ການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ໃນອະນາຄົດເປັນການເຕີບໂຕຢ່າງທົ່ວເຖິງຫຼາຍຍິ່ງຂຶ້ນ. ພວກເຮົາມີຄວາມຍິນດີທີ່ຈະສະຫນັບສະຫນູນສອງໂຄງການດັ່ງກ່າວໃນຂະແຫນງທີ່ມີຄວາມສໍາຄັນຕໍ່ການຫຼຸດຜ່ອນການຂາດໂພຊະນາການໃນເດັກ. ການຂາດສານອາຫານຊໍາເຮື້ອ ແມ່ນປະກົດການ ຫຼາຍມິຕິ ແລະມັນສໍາຄັນຫຼາຍທີ່ຕ້ອງແກ້ໄຂບັນຫາໃນມິຕິຂອງຄວາມຕ້ອງການ ແລະ ໃນມິຕິຂອງການສະຫນອງໄປພ້ອມໆກັນເພື່ອຊ່ວຍໃຫ້ລູກຫຼານຄົນລາວໃນຮຸ້ນຕໍ່ໄປເຕີບໃຫຍ່ຢ່າງເຂັ້ມແຂງ ແລະ ມີສຸຂະພາບທີ່ດີຍິ່ງໆຂຶ້ນ.”

ໂຄງການຂອງຂະແໜງປົກປ້ອງທາງສັງຄົມເປັນໂຄງການໃຫມ່ເຊິ່ງຈະເນັ້ນໃສ່ຄົວເຮືອນທີ່ທຸກຍາກ ແລະ ສະໜອງຕາໜ່າງຄວາມປອດໄພທັງສັງຄົມ ຜ່ານແຜນງານການໂອນເງິນແບບມີເງື່ອນໄຂ. ບັນດາເງື່ອນໄຂຕ່າງໆສໍາລັບການໂອນເງິນດັ່ງກ່າວ ແມ່ນຂຶ້ນກັບການຫັນປ່ຽນພຶດຕິກຳຂອງກຸ່ມຄົວເຮືອນເປົ້າໝາຍກ່ຽວກັບ ການປັບປຸງສຸຂະພາບ, ໂພຊະນາການ, ແລະ ສຸຂະອະນາໄມທີ່ດີຂຶ້ນ ແລະ ຈະສົ່ງເສີມຊ່ວຍເຫຼືອເດັກນ້ອຍໃຫ້ມີສຸຂະພາບທີ່ດີ ໂດຍສະເພາະໃນໄລຍະ 1000 ມື້ທໍາອິດຂອງຊີວິດ. ໂຄງການຂອງຂະແໜງນ້ຳ ແລະ ສຸ​ຂາ​ພິ​ບານຈະຂະຫຍາຍການສະຫນອງບໍລິການນ້ຳ ແລະ ສຸຂາພິບານ ຢູ່ໃນບັນດາບ້ານເປົ້າໝາຍດຽວກັນກັບໂຄງການຂອງຂະແໜງປົກປ້ອງສັງຄົມ ເພື່ອແກ້ໄຂບັນຫາພະຍາດທີ່ຕິດຕໍ່ທາງນໍ້າທີ່ເພີ່ມຄວາມສ່ຽງທີ່ຈະພາໃຫ້ເດັກນ້ອຍກາຍເປັນເດັກຂາດສານອາຫານ. ໂຄງການດັ່ງກ່າວຍັງຈະສ້າງຄວາມເຂັ້ມແຂງໃຫ້ແກ່ອໍານາດການປົກຄອງທ້ອງຖິ່ນ ໃນການຕິດຕາມ, ປະເມີນຜົນ ແລະ ສະຫນັບສະຫນູນດ້ານວິຊາການໃຫ້ແກ່ຊຸມຊົນເພື່ອເປັນ​ເຈົ້າ​ການໃນການຄຸ້ມຄອງການສະໜອງນ້ຳ​ ແລະ ຮັກ​ສາ​ສຸ​ຂ​ະ​ອະ​ນາ​ໄມ ໃນ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ.

ທ່ານຮອງລັດຖະມົນຕີກະຊວງການເງິນ, ທ່ານ ນາງ ທິບພະກອນ ຈັນທະວົງສາ  ກ່າວວ່າ: “ລັດຖະບານແຫ່ງ ສປປ ລາວ ຍາມໃດກໍ່ເຫັນຄຸນຄ່າສໍາຄັນຂອງການສະໜັບສະໜູນຈາກທະນາຄານໂລກເປັນຢ່າງສູງ, ໂດຍສະເພາະການຊຸກຍູ້ໃນຂົງເຂດການພັດທະນາຊົນນະບົດ ແລະ ຊັບພະຍາກອນມະນຸດ, ເຊິ່ງຈະຊ່ວຍສົ່ງຜົນໃຫ້ການປັບປຸງສະພາບການດໍາລົງຊີວິດຂອງປະຊາຊົນລາວໄດ້ດີຂຶ້ນ, ການລຸດຜ່ອນຄວາມທຸກຍາກ ດ້ວຍການຂະຫຍາຍການເຂົ້າເຖິງນໍ້າສະອາດ, ສຸຂາພິບານ ແລະ ສຸ​ຂ​ະ​ອະ​ນາ​ໄມ ລວມທັງການສ້າງຕາຫນ່າງປົກປ້ອງສັງຄົມ ຜ່ານວຽກງານໂພຊະນາການທາງອ້ອມ ສໍາລັບຄົວເຮືອນທຸກຍາກ ແລະ ດ້ອຍໂອກາດ ກໍຍິ່ງຈະດີຂຶ້ນເທື່ອກ້າວ.”

ໂຄງການທັງສອງດັ່ງກ່າວ ພ້ອມກັບໂຄງການອື່ນໆທີ່ກຳລັງຈັດຕັ້ງປະຕິບັດ ແລະ ໂຄງການຕ່າງໆທີ່ຈະໄດ້ຮັບການສະຫນັບສະຫນູນຈາກທະນາຄານໂລກ ທີ່ຕິດພັນ ກັບການປັບປຸງຄຸນນະພາບດ້ານສາທາລະນະສຸກ, ການສຶກສາ ແລະ ການຜະລິດອາຫານທີ່ຫຼາກຫຼາຍ, ເຊິ່ງຈະພ້ອມກັນເຮັດວຽກກັັບກຸ່ມຄົວເຮືອນເປົ້າໝາຍອັນດຽວກັນໃນ 4 ແຂວງພາກເຫນືອ ເປັນສ່ວນຫນຶ່ງ ຂອງແຜນງານໂພຊະນາການໜຶ່ງດຽວຫຼາຍຂະແໜງການຂອງທະນາຄານໂລກ.


Social Protection and Water, Sanitation and Hygiene Projects to Improve Nutrition in Lao PDR

VIENTIANE, May 9, 2019 – Two new projects, totaling US$52 million, will jointly address high levels of stunting in northern provinces of Lao PDR. The Reducing Rural Poverty and Malnutrition Project will lay the foundations of a national social protection system and support the delivery of a conditional cash transfer program for improved nutrition. The Scaling-Up Water Supply, Sanitation, and Hygiene Project will improve access to water, sanitation, and hygiene services.

The $27 million social protection project and the $25 million water project were signed today by Deputy Minister of Finance, Mme. Thipphakone Chanthavongsa and World Bank Country Manager for Lao PDR, Nicola Pontara. Both projects will be implemented in Xieng Khouang, Houaphan, Phongsaly, and Oudomxay provinces, which suffer from stunting levels above 40 percent. Childhood stunting is associated with poor health, delayed child development, underperformance in school, and eventually reduced employment opportunities, and thus contributes to keeping communities in poverty. Current rates of maternal and child malnutrition represent a loss of human capital potential costing Lao PDR an estimated 2.4 percent of Gross Domestic Product annually.

“A child born in Lao PDR today is only 45 percent as productive as she would be if she enjoyed complete education and full health. Investing in improved nutrition means building the nation’s human capital, which will help make Lao PDR’s economic growth more inclusive in the future,” said Nicola Pontara, World Bank Country Manager for Lao PDR. “We are pleased to support two projects in sectors that are critical to reducing child malnutrition. Stunting is a multidimensional phenomenon and it is important to tackle simultaneously both demand and supply factors to help the next generation of Lao children to grow up stronger and healthier.”

The new social protection project will target poor households and provide a safety net through a cash transfer program. These transfers will be conditional upon the adoption of improved health, nutrition, and hygiene practices, and will support the well-being of children during the critical first 1000 days of life. The new water project will expand the delivery of water supply and sanitation in the same villages to tackle waterborne diseases that increase the risk of a child becoming malnourished. It will also strengthen the capacity of local authorities to monitor, evaluate, and provide technical support to communities to manage water supply and sustain good sanitation and hygiene practices.

“The Government of Lao PDR always highly values the support of the World Bank, particularly to human and rural development, which will contribute to improving the living conditions of the Lao population and poverty reduction by supporting access to improved water supply, sanitation and hygiene, as well as by providing a nutrition-sensitive social safety net to poor and vulnerable families,” said H.E. Mme. Thipphakhone Chanthavongsa, Deputy Minister of Finance of the Lao PDR.

These two new projects complement other ongoing and upcoming projects funded by the World Bank in health, education, and diversified food production, which together target the same households in the four northern provinces as part of a multi-sectoral nutrition convergence approach.

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes