ເສົ້າໃຈ! ລົດຈັກຕໍາກັບລົດໃຫຍ່ ມີຄົນເສຍຊີວິດ 1 ຄົນ ທີ່ບ້ານປາກຊອນ ເມືອງຊະນະສົມບູນ 7/6/19



ຈໍາປາສັກ: ເກີດເຫດສະຫຼົດໃຈອີກ ຄັ້ງ ກັບບັນຫາອຸບັດຕິເຫດ ທາງທ້ອງຖະໜົນ ຈາກການລາຍງານຂອງ ກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປລາວ 1623 ແຂວງຈໍາປາສັກ ໃຫ້ຮູ້ວ່າ ໃນວັນທີ 7 ມິຖຸນາ 2019 ເວລາ 16:31 ນາທີ, ທາງໜ່ວຍກູ້ໄພ ໄດ້ຮັບແຈ້ງວ່າມີອຸບັດຕິເຫດ ລົດຈັກ ຕໍາກັບ ລົດໃຫຍ່.

ຈຸດເກີດເຫດ ແມ່ນ ເສັ້ນທາງບ້ານ ປາກຊອນ ເມືອງ ຊະນະສົມບູນ ແຂວງຈໍາປາສັກ. ໜ່ວຍກູ້ໄພມູນນິທິ 1623 ຮອດຈຸດເກີດເຫດພົບຜູ້ ເສຍຊີວິດ 01ຄົນ ເພດ ຊາຍ.ອາຍຸ 60ປີ ອາຊີບ ປະຊາຊົນ ບ້ານ ງົວແດງ ເມືອງ ຊະນະສົມບູນ ແຂວງ ຈຳປາສັກ. ຜູ່ເສຍຊີວິດ ແມ່ນໄດ້ຮັບການກະທົບຫົວຢ່າງຮຸນແຮງ ເຮັດໃຫ້ເສຍຊີວິດຄາທີ່.

ດັ່ງນັ້ນໜ່ວຍກູ້ໄພມູນນິທິ 1623 ຈື່ງໄດ້ນຳສົ່ງກັບບ້ານເພື່ອເຮັດພິທິທາງສາສະໜາ
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ


ເຈົ້າໜ້າທີ່ກຽວຂ້ອງຈະດຳເນີນການກວດສອບຫາຂອງອຸບັດຕິເຫດ ຄັ້ງນີ້ຕາມຂັ້ນຕອນກົດໝາຍຕໍ່ໄປ.

ລາຍງານໂດຍ: 1623 ຈໍາປາສັກ








--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes