ຮ່ວມກັນທົບທວນ ວຽກງານໂຄງການຄວາມປອດໄພ ແລະ ສຸຂະພາບແຮງງານ ໃນຕ່ອງໂສ້ການຜະລິດ ຢູ່ ສປປລາວ



ນະຄອນຫຼວງວຽງຈັນ: ສປປ ລາວ ມີກຳລັງແຮງງານສ່ວນໃຫຍ່ແມ່ນທີ່ເຮັດວຽກຢູ່ໃນຂະແໜງກະສິກຳ ເປັນສ່ວນໃຫຍ່, ຈະເປັນທຸລະກິດຂະໜາດນ້ອຍ, ຄອບຄົວ ຫຼື ນອກລະບົບຢູ່. ໃນການສ້າງຄວາມເຂົ້າໃຈໃນການປອ້ງກັນອຸປະຕິເຫດແຮງງານມີຄວາມສຳຄັນຫລາຍ, ສະນັ້ນຈິ່ງມີໂຄງການຄວາມປອດໄພ ແລະ ສຸກຂະພາບແຮງງານໃນຕ່ອງໂສ້ການຜະລິດ ຢູ່ ສປປ ລາວເປັນການປ້ອງກັນ ແລະ ຄວບຄຸມຄວາມສ່ຽງອັນຕະລາຍທີ່ອາດຈະເກີດຂື້ນຢູ່ໃນສະຖານທີ່ເຮັດວຽກ ແລະທັງສ້າງຜົນປະໂຫຍດໃຫ້ແກ່ຂະແຫນງການຜະລິດເພື່ອສົ່ງອອກ ເວົ້າລວມ , ເວົ້າສະເພາະ ແມ່ນມີຜົນປະໂຫຍດໃຫ້ແກ່ການສົ່ງເສີມ, ການຂະຫຍາຍຕະຫຼາດໃຫ້ແກ່ຜະລິດຕະພັນ ທັງອຸດສາຫະກຳ ແລະ ກະສິກໍາຂອງ ສປປ ລາວ.


ວັນທີ 6 ມິຖຸນາ 2019 ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ. ໄດ້ມີກອງປະຊຸມຄະນະຊີ້ນຳໂຄງການໂຄງການຄວາມປອດໄພ ແລະ ສຸກຂະພາບແຮງງານໃນຕ່ອງໂສ້ການຜະລິດ ຢູ່ ສປປ ລາວ ແລະໂຄງການສະໜັບສະໜູນສະກັດກັ້ນອຸປະຕິເຫດແຮງງານຂອງກອງທຶນວິຊັນເຊໂລຟັ້ນ; ໂດຍການເປັນປະທານຮ່ວມກ່າວເປີດໂດຍ ທ່ານ ນາງ ໃບຄໍາ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ), ມີທ່ານ ແກຼນ ບັກເລ (Graeme Buckley)ຜູ້ອຳນວຍການ ອົງການແຮງງານສາກົນ ຮັບຜິດຊອບ ປະເທດໄທ, ກຳປູເຈຍ ແລະ ສປ ປ ລາວ, ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພ້ອມດ້ວຍບັນດາແຂກຜູ້ກຽດທີ່ມາຈາກອ້ອມຂ້າງກະຊວງ, ອົງການຈັດຕັ້ງສາກົນ ແລະ ທີມງານຂອງໂຄງການວິຊັນເຊໂລຟັ້ນ ເຂົ້າຮ່ວມ.




ກອງປະຊຸມດັ່ງກ່າວ,ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການລາຍງານໃນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາເປັນຕົ້ນ ແມ່ນ ການຈັດຕັ້ງປະຕິບັດກິດຈະກຳຢູແຂວງຈຳປາສັກ ກ່ຽວກັບໂຄງການ ສະກັດກັນ ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ວິຊັນເຊໂຣຟັນການ; ກິດຈຳກຳການຝຶກອົບໃຫ້ແກ່ເຈົ້າໜ້າທີ່ກວດກາແຮງງານກ່ຽວກັບການປະຕິບັດມາດຕະຖານແຮງງານແບບມີຍຸດທະສາດ;ກິດຈະກຳແຜນງານການຮ່ວມມືກັບ ILO-Korea ໂຄງການຄວາມປອດໄພ ແລະ ສຸກຂະພາບແຮງງານ ແລະ ຮັບຟັງແຜນງານວຽກງານໃນຕໍ່ໜ້າ ແຕ່ເດືອນ ມິຖຸນາ ຫາ ທັນວາ2019, ຊຶ່ງ ໂຄງການຄວາມປອດໄພ ແລະ ສຸຂະພາບແຮງງານໃນຕ່ອງໂສ້ການຜະລິດ ຢູ່ ສປປ ລາວ ພາຍໃຕ້ໂຄງການກອງທຶນສະໝັບສະໝູນບໍ່ໃຫ້ເກີດອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ຫຼື ໂຄງການກອງທຶນວິເຊີນເຊໂລຟັ້ນ.


ສະນັ້ນ, ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ແມ່ນ ກິດຈະກຳຮ່ວມລະຫວ່າງ ຜຸ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໃນການຮັບປະກັນດ້ານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ. ການມີຄວາມປອດໄພ ແລະ ມີສຸຂະພາບທີ່ດີຂອງຜູ້ອອກແຮງງານ ແມ່ນຄວາມຈຳເປັນທີ່ລັດຖະບານ ແລະ ຜູ້ໃຊ້ແຮງງານ ຫຼື ຜູ້ລົງທຶນຕ້ອງໄດ້ຄຳນຶງເຖິງ ແລະ ເອົາໃຈໃສ່.ສຳລັບກິດຈະກຳຂອງໂຮງການຢູ່ໃນ ສປປລາວ ແມ່ນໄດ້ພ້ອມກັນເຫັນດີເລືອກເອົາຂະແໜງອຸດສາຫະກຳຕັດຍິບ ແລະ ຂະແໜງການຜະລິດຈາກໝາກກາເຟ ຊຶ່ງເປັນຂະແໜງທີ່ມີການສົ່ງເສິມສິນຄ້າອອກໄປຂາຍຢູ່ຕ່າງປະເທດເປັນສ່ວນຫລາຍ, ຕໍ່ບັນຫາດັ່ງກ່າວລັດຖະບານລາວມີຄວາມເປັນຫ່ວງເປັນໃຍສູງ ແລະ ມອບຄວາມຮັບຜິດຊອບນີ້ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມເປັນເຈົ້າການປະສານສົມທົບກັບພາກສວ່ນກຽ່ວຂ້ອງສ້າງນິຕິກຳຕ່າງໆ, ຈັດຕັ້ງກວດກາ ແລະ ຄຸ້ມຄອງໃຫ້ເຂົ້າສູ່ລະບົບຢ່າງເປັນເອກກະພາບໃນທົ່ວປະເທດ.



ພາບ+ຂ່າວ: ຄໍາເມິງ


--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes