ເຕືອນໄພ! ເກີດເຫດ ຄົນຈີນເບືອເຫັດ 15 ຄົນ ຖືກສົ່ງມາປົວທີ່ ໂຮງໝໍແຂວງຊຽງຂວາງ ຕອນຄໍ່າວັນທີ 4/6/19



ຊຽງຂວາງ: ລາຍງານຈາກ ດຣ Kola Vongphanthong ພະນັກງານແພດ ທີ່ໂຮງໝໍ ແຂວງຊຽງຂວາງ ໃຫ້ຮູ້ວ່າ, ໃນຕອນຄໍ່າວັນທີ 4 ມິຖຸນາ 2019 ໄດ້ມີຄົນເຈັບ ກິນເຫັດ ແລ້ວເປັນພິດ, ເບືອເຫັດ, ຈໍານວນ 15 ຄົນ ຖືກສົ່ງຕົວເຂົ້າມາປິ່ນປົວ ທີ່ໂຮງໝໍແຂວງ ຊຽງຂວາງ.




ເຊິ່ງຄົນເຈັບທັງໝົດ ແມ່ນຄົນຈີນ, ຈາກການຮູ້ຂໍ້ມູນເບື້ອງຕົນ ຄົນຈີນເຫຼົ່ານີ້ ແມ່ນພາກັນໄປຊື້ເຫັດ ຢູ່ຕະຫຼາດ ມາແຕ່ງກິນ ແລ້ວພາກັນເບືອເຫັດ. ເຊິ່ງວ່າແມ່ນເຫັດຊະນິດໃດນັ້ນ ຍັງບໍ່ທັນຊາບຊັດເຈນ.

ເຕືອນໄພທຸກຄົນໃຫ້ລະມັດລະວັງ ໃນການບໍລິໂພກ ເຫັດໃນໄລຍະນີ້, ຕ້ອງກວດກາໃຫ້ຄັກ ວ່າເປັນເຫັດ ທີ່ປອດໄພ.



ພາບແລະຂ່າວ: Kola Vongphanthong









--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes