ໂຫດ! ລົດຈັກໄລ່ຢັນກັນ ໄປຕໍາເອົາລົດເກງ ເຈັບ 1 ທີ່ເມືອງທ່າແຂກ 4/6/19



ຄໍາມ່ວນ: ລາຍງານຈາກກູ້ໄພແຂວງຄໍາມ່ວນໃຫ້ຮູ້ວ່າ ໃນວັນທີ 4 ມິຖຸນາ 2019 ເວລາ 16:10 ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 55330065 ວ່າ: ມີລົດຈັກຖືກເຈົ້າໜ້າທີ່ໄລ່ແລ້ວໄປຕຳກັບລົດເກັງ ຢູ່ ບ້ານນາບວບ ເມືອງທ່າແຂກ ແຂວງຄຳມ່ວນ ເມື່ອທີມງານໜ່ວກູ້ໄພພວກເຮົາ ໃດ້ໄປເຖິງຈຸດເກີດເຫດ ໄດ້ພົບເຫັນ ຜູ້ບາດເຈັບ 1 ຄົນ ເພດຊາຍ



ຄົນເຈັບ ແມ່ນ ເພດຊາຍ ມີອາການກະທົບເອິກ,ແຂນຊ້າຍ,ບາດແຜຢູ່ຕີນຂວາ, ຫົວເຂົ່າ,ແລະຕົນໂຕຊີດເຫຼືອງ..

-ຕາມການບອກເລົ່າຂອງທ່ານ 1 ທີ່ກຳລັງເດີນທາງໄປປະຊຸມຢູ່ທາງໃຕ້ທີ່ເຫັນເຫດການດັ່ງກ່າວວ່າ : ໄດ້ມີລົດຈັກຄັນ 1 ກຳລັງຂີ່ລົງໄປທາງເລກທີ 13ໃຕ້ ພໍມາເຖິງຈຸດກໍມີເຈົ້າຫນ້າທີ່ຂີ່ລົດ ຊີບີອາ ສີແດງໄລ່ມາດ້ວຍຄວາມໄວພໍມາເຖິງຈຸດເກີດເຫດແຖວປຳ້ນຳ້ມັນພັສ ລົດຊີບີອາຄັນ ດັ່ງກ່າວໄດ້ຢັນລົດຈັກຈຶ່ງເຮັດໃຫ້ເສຍຫລັກໄປຕຳເອົາກັບລົດເກັງກຳລັງທີ່ສ່ວນທາງມາລົດເກັງຄັນດັ່ງກ່າວກຳລັງມຸ່ງໜ້າຈະຂື້ນວຽງຈັນ ໂດຍສານມາພ້ອມຄູບາອາຈານໃນລົດ.



 ເຫດການດັ່ງກ່າວແມ່ນສ້າງຄວາມເສຍຫາຍພໍສົມຄວນແຕ່ໂຊກດີບໍ່ມີໃຜໄດ້ເສຍຊີວິດແລະຍັງຢູ່ໃນການຊອກຫາຂໍ້ມູນທີ່ແທ້ຈິງທີ່ພາໃຫ້ເກີດເຫດ. ພວກເຮົາຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງຫມໍແຂວງຄຳມ່ວນ ລົດສຸກເສີນ 003 ນຳສົ່ງ.



ສະພາບລົດຈັກແມ່ນເພເສຍຫາຍໜັກ, ສ່ວນລົດເກງ ແມ່ນເປເພສົມຄວນ.
ສ່ວນການຕາມຫາ ລົດ ຊີບີອາ ສີແດງ ທີ່ຢັນລົດຈັກ ຄັນດັ່ງກ່າວ ຈົນກໍ່ໃຫ້ເກີດ ອຸບັດຕິເຫດ ເຈົ້າໜ້າທີ່ກ່ຽວຂ້ອງຈະດຳເນີນການໄປຕາມຂັ້ນຕອນກົດໝາຍ ເພື່ອຕາມຈັບຜູ່ກໍ່ເຫດ.




--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes