Home ບໍລິຄໍາໄຊ ຂ່າວດີ! ຫຼານນ້ອຍ ພະຈັນແຂງແຮງຂຶ້ນ ແລະ ໄດ້ກັບບ້ານແລ້ວ, ຂອບໃຈທ່ານຜູ່ໃຈບຸນທຸກທ່ານ
ຂ່າວດີ! ຫຼານນ້ອຍ ພະຈັນແຂງແຮງຂຶ້ນ ແລະ ໄດ້ກັບບ້ານແລ້ວ, ຂອບໃຈທ່ານຜູ່ໃຈບຸນທຸກທ່ານ
June 04, 2019 0
ການກຸສົນ: ມື້ນີ້ທີມງານ All in Laos ແລະ ໂທລະໂຄ່ງ THOLAKHONG ມີຂ່າວດີ ມາແຈ້ງໃຫ້ ທຸກທ່ານຊາບ ໂດຍສະເພາະ ທ່ານຜູ່ໃຈບຸນ ທີ່ໄດ້ ຊ່ວຍເຫຼືອ ຫຼານນ້ອຍພະຈັນ ລູກຂອງປະຊາຊົນ ບ້ານຄໍາບອນ ເມືອງປາກຊັນ ແຂວງບໍລິຄໍາໄຊ. ເດັກນ້ອຍເຈັບຫນັກ ປອດອັກເສບ, ຄອບຄົວທຸກຍາກ ໄດ້ຂໍການຊ່ວຍເຫຼືອ ເພື່ອລະດົມທຶນ ຕັ້ງແຕ່ ວັນທີ 29 ເມສາ 2019 ແລະ ໄດ້ຮັບການບໍລິຈາກ ຈາກຜູ່ໃຈບຸນທັງຫຼາຍ. ວັນທີ 1 ພຶດສະພາ 2019 ຈິ່ງໄດ້ ນໍາສົ່ງ ຄົນເຈັບ ໄປປິ່ນປົວ ທີ່ໂຮງໝໍ ເດັກ 150 ຕຽງ ທີ່ ນະຄອນຫຼວງວຽງຈັນ.
ການປິ່ນປົວ ເກືອບເວລາ 1 ເດືອນ, ຈິ່ງເຮັດ ໃຫ້ຫຼານນ້ອຍ ອາການດີຂຶ້ນ ແລະ ສາມາດກັບບ້ານໄດ້ແລ້ວ. ທາງຜູ່ປະສານງານ ຄື ນາງ ສຸດາລັກ ແລະ ທ້າວ ວຽງສະຫວັນ ຈິ່ງໄດ້ ແຈ້ງຂ່າວ ເພື່ອຢຸດຕິ ການຮັບການລະດົມທຶນ ແລະ ຂໍລາຍງານ ດັ່ງນີ້.
''ຂໍຕາງຫນ້າໃຫ້ຄອບຄົວແອນ້ອຍ ພະຈັນ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ມາຍັງທ່ານຜູ້ໃຈບຸນທຸກທ່ານ ທີ່ໄດ້ບໍລິຈາກເງິນຊ່ວຍເຫລືອແອນ້ອຍ ເຊິ່ງຜູ້ກ່ຽວໄດ້ປ່ວຍເປັນພະຍາດປອດຕິດເຊື້ອຮຸນແຮງໄດ້ເຂົ້າຮັກສາຕົວຢູ່ໂຮງຫມໍແຂວງບໍລິຄຳໄຊແຕ່ຕັ້ງວັນທີ 28/04/2019-01/05/2019 ແລະ ໄດ້ນຳສົ່ງໄປຮັກສາຕົວຢູ່ທີ່ໂຮງຫມໍເດັກນະຄອນຫລວງວຽງ ປັດຈຸບັນໄດ້ອອກໂຮງຫມໍແລ້ວ ແລະອາການດີຂຶ້ນຫລາຍພົ້ນຂີດອັນຕະລາຍແລ້ວ ມີແຕ່ສືບຮັກສາຕົວຕາມຫມໍແນະນຳຢູ່ທີ່ບ້ານເກີດຂອງຜູ້ກ່ຽວ ແລະ ອີກປະການຫນຶ່ງ ຂໍແຈ້ງຂ່າວມາຍັງທຸກທ່ານໃຫ້ຊາບວ່າເງິນຊ່ວຍຂອງທ່ານ ທຸກກີບແມ່ນຕົກເຖິງມືຄອບຄົວແອນ້ອຍພະຈັນແລ້ວ ລວມເງິນທັງຫມົດ 10,740,0000ກີບ ເຊີງຄ່າປີ້ນປົວ ແລະຄ່າໃຊ້ຈ່າຍລວມທັງຫມົດແມ່ນ 17,400,000ກີບ
ເຊິ່ງສ່ວນທີ່ຍັງບໍ່ພໍແມ່ນມີຄອບຄົວຜູ້ໃຈບຸນອອກຊ່ວຍເຫລືອແລ້ວສະນັ້ນ,ຈາກນີ້ຕໍ່ໄປຂ້າພະເຈົ້າຂໍຢຸດຕິການຮັບບໍລິຈາກ ເພາະແອນ້ອຍອາການດີຂຶ້ນຫລາຍແລ້ວ ແລະ ຂໍໃຫ້ບຸນກຸສົນຕົກເຖິງທຸກທ່ານທີ່ໄດ້ເມດຕາແອນ້ອຍພະຈັນ ຂໍໃຫ້ທຸກທ່ານມີສຸຂະພາບແຂງແຮງປາດຖະຫນາສີງໃດຂໍໃຫ້ໄດ້ສີ່ງປາດຖະຫນາ ສາທຸສາທຸສາທຸ''
ອີກຄັ້ງໜື່ງ ສະແດງຄວາມຂອບໃຈ ຄົນລາວທຸກທ່ານ ບໍ່ວ່າຈະເປັນຄົນທີ່ບໍລິຈາກປັດໃຈ, ຄົນທີ່ປະສານງານ, ຄົນທີ່ຊ່ວຍແຊຂ່າວ ຂໍໃຫ້ມີສຸຂະພາບແຂງແຮງ ແລະ ໄດ້ບຸນກຸສົນ ທີ່ໄດ້ຊ່ວຍກອບກູ້ຊີວິດຫຼານນ້ອຍພະຈັນ ໃນຄັ້ງນີ້.
ຂ່າວກ່ອນໜ້ານີ້
1. ວອນຜູ່ໃຈບຸນ ຊ່ວຍຄ່າປິ່ນປົວ ຫຼານນ້ອຍ ພະຈັນ ແດ່! ພໍ່ແມ່ບໍ່ມີເງິນປົວ ປອດອັກເສບຮຸນແຮງ
2. ກໍາລັງນໍາສົ່ງ ຫຼານນ້ອຍ ທ້າວພະຈັນ ຂຶ້ນໄປປົວທີ່ ນະຄອນຫຼວງວຽງຈັນ 1/5/2019
3. ຫຼານນ້ອຍ ພະຈັນ ອາການດີຂຶ້ນ ຕອນນີ້ປິ່ນປົວທີ່ ໂຮງໝໍເດັກ 150 ຕຽງ
--------------------------------
Subscribe to:
Post Comments
(
Atom
)



Post a Comment