Home ອັດຕະປື ປກສ ເມືອງ ສາມັກຄີໄຊ ຈັບໂຈນ ພ້ອມຂອງກາງລົດຈັກ 18 ຄັນ
ປກສ ເມືອງ ສາມັກຄີໄຊ ຈັບໂຈນ ພ້ອມຂອງກາງລົດຈັກ 18 ຄັນ
June 24, 2019 0
ອັດຕະປື: ເຈົ້າໜ້າທີ່ຕຳຫຼວດເມືອງສາມັກຄີໄຊຈັບຕົວຄົນຮ້າຍ 3 ຄົນໃນຂໍ້ຫາລັກຊັບ ພ້ອມຂອງກາງລົດຈັກຈຳນວນ 18 ຄັນ ໃນວັນທີ 21 ມິຖຸນາ 2019 ແລ້ວນີ້, ເຈົ້າໜ້າທີ່ຕຳຫຼວດເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຖະແຫຼງຂ່າວຜົນການຈັບຕົວຄົນຮ້າຍ 3 ຄົນ ໃນຂໍ້ຫາລັກຊັບພົນເມືອງ ປະເພດລົດຈັກ ພົບຂອງກາງລົດຈັກ ທັງໝົດ ລັກລົດຈັກຈຳນວນ 18 ຄັນ .
ທ່ານ ພັນຕີ ຂັນໄຊ ແກ້ວເນດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສາມັກຄີໄຊ ຜູ້ຊີ້ນຳພະແນກຕໍາຫຼວດສືບສວນ-ສອບສວນຄະດີອາດຍາໄດ້ ຖະແຫຼງຂ່າວຕໍ່ສື່ມວນຊົນຂອງແຂວງວ່າ: ນັບແຕ່ປີ 2018 ເປັນຕົ້ນມາທາງເຈົ້າໜ້າທີ່ປກສເມືອງສາມັກຄີໄຊ ໄດ້ຮັບແຈ້ງຄວາມຈາກພໍ່ແມ່ປະຊາຊົນພົນລະເມືອງດີວ່າມີທີ່ກຸ່ມຄົນບໍດີ ໄດ້ເຄື່ອນໄຫວລັກລົດຈັກຢູ່ຕາມຮ້ານກິນດື່ມ, ຮ້ານບັນເທີງ, ໂຮງໜໍ, ໂຮງຮຽນ, ສວນສາທາລະນະ ແລະຕາມເທດສະບານເມືອງສາມັກຄີໄຊ.
ດັ່ງນັ້ນທາງເຈົ້າໜ້າທີ່ຕໍາຫຼວດເມືອງຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະອຳນາດການປົກຄອງບ້ານໄດ້ແຕ່ງຕັ້ງກຳລັງລົງເຄື່ອນໄຫວຕິດຕາມເປົ້າໜາຍທີ່ເຄື່ອນໄຫວລັກລົດຈັກ. ໃນນີ້ເປົ້າໜາຍເຄື່ອນໄຫວລັກລົດຈຳນວນ 8 ຄົນ,ແຕ່ພວກເຮົາສາມາດຈັບຕົວມາດຳເນີນຄະດີໄດ້ຢູ່ພຽງ 3 ຄົນ, ສ່ວນອີກ 5 ຄົນແມ່ນໄດ້ເອົາຕົວລົບໜີ, ປະຈຸບັນທາງເຈົ້າໜ້າທີ່ໄດ້ຮີມໂຮມເກັບກູ້ລົດຈັກຄືນມາໄດ້ມີ 18 ຄັນ.
ໃນນັ້ນຜູ້ຮັບຊື້ເຄື່ອງຜິດກົດໜາຍລົດຈັກມີຈຳນວນ 3 ຄົນ,ຍິງ 1 ຄົນ,ສ່ວນອີກ2ຄົນໄດ້ເອົາຕົວລົບໜີ .ແຕ່ເຖິງຢ່າງໃດກໍ່ຕມທາງເຈົ້າໜ້າທີ່ຍັງຈະໄດ້ຕິດຕາມເຄື່ອນໄຫວນຳຈັບຕົວຜູ້ກ່ຽວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ
ທ່ານ ພັນຕີ ຂັນໄຊ ແກ້ວເນດ ຍັງໄດ້ຮຽກຮ້ອງເຖິງພະນັກງານ-ລັດຖະກອນ,ທະຫານ,ຕໍາຫຼວດ,ນັກທຸລະກິດ,ແມ່ຄ້າ,ຊາວຂາຍ,ປະຊາຊົນບັນດາເຜົ່າທົ່ວແຂວງອັດຕະປື ທີ່ເຫັນວ່າລົດຈັກຂອງຕົນຖືກລັກໄປ ໃຫ້ນຳເອົາເອກະສານມາພົວພັນເອົານຳເຈົ້າໜ້າທີ່ຕຳຫຼວດເມືອງສາມັກຄີໄຊເພື່ອກວດກາມາແຈ້ງເອົານໍາເຈົ້າໜ້າທີໃນໂມງລັດຖະການກໍານົດພາຍໃນ 60 ວັນ .
ຂ່າວ: ມະນີວອນ
--------------------------------
Subscribe to:
Post Comments
(
Atom
)





Post a Comment