ແລນຄຸດເຊີ ອັດ ກັບ ກະບະຮຸນໄດ ເຮັດໃຫ້ ເສຍຊີວິດຄາທີ 1 ຄົນ ທາງສາມແຍກໄຊມຸງຄຸນ (ສີເກີດ) (ມີຄລິບ)




ນະຄອນຫຼວງວຽງຈັນ: ເກີດເຫດສະຫຼົດໃຈອີກຄັ້ງ ກັບອຸບັດຕິເຫດ ທາງທ້ອງຖະໜົນ ທີ່ຕ້ອງເຮັດໃຫ້ເສຍທັງວັດຖຸ ແລະ ຊີວິດອິນຊີ. ຈາກການລາຍງານຂອງ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ 1623 ແຈ້ງໃຫ້ຊາບວ່າ: ໃນເວລາປະມານ  4:30 ຕອນເຊົ້າ ວັນທີ 25 ມິຖຸນາ 2019 ໄດ້ຮັບແຈ້ງ ອຸບັດຕິເຫດ ລົດໃຫຍ່ຕຳລົດໃຫຍ່ ຈຸດເກີດເຫດສາມແຍກໄຊມຸງຄຸນ, ສາມແຍກ ສີເກີດ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.



ເຫດດັ່ງກ່າວໄດ້ເຮັດໃຫ້ ມີຄົນ ເສຍຊີວິດຄາທີ 1 ຄົນເປັນເພດຊາຍ ຕິດພາຍໃນລົດ (ຄົນຂັບລົດຮຸນໄດ)
ລົດທີ່ເກີດເຫດ ແມ່ນລົດຮຸນໄດ ແກ່ປາ, ທີ່ກໍາລັງຈະເອົາປາໄປຕະຫຼາດ, ໄດ້ຕໍາກັບລົດ ຈີບ ແລນຄຸດເຊີ.






ສະແດງຄວາມເສຍໃຈກັບເຫດການຄັ້ງນີ້, ແລະ ຂໍໃຫ້ທຸກຄົນຕ້ອງມີສະຕິລະວັງຕົວໃນການຂັບຂີ່. ສ່ວນສາເຫດຂອງອຸບັດຕິເຫດ ຄັ້ງນີ້ ທາງເຈົ້າໜ້າຈະລາຍງານໃຫ້ຊາບຕື່ມ ພາຍຫຼັງການສືບສວນ ແລະ ຮີບໂຮມຫຼັກຖານ.




ຄລິບລາຍງານສົດ ຈາກ 1623​ ປະຕິບັດ ການຊ່ວຍເຫຼືອ
ຄລິບທີ 1


ຄລິບທີ 2


--------------------------------





© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes