Home ໄພສັງຄົມ ວອນພາກສ່ວນກ່ຽວຂ້ອງເຂົ້າໄກ່ເກ່ຍ! ຄອບຄົວນາຍບ້ານ ບຸກວັດຂັບໄລ ຄູບາ ທີ່ບ້ານໜອງພະຍາ (ມີຄລິບ)
ວອນພາກສ່ວນກ່ຽວຂ້ອງເຂົ້າໄກ່ເກ່ຍ! ຄອບຄົວນາຍບ້ານ ບຸກວັດຂັບໄລ ຄູບາ ທີ່ບ້ານໜອງພະຍາ (ມີຄລິບ)
June 25, 2019 0
ສະບາຍດີ,
ຂ້າພະເຈົ້າ ຂໍສົ່ງຈົດໝາຍຮ້ອງທຸກ ເພື່ອໃຫ້ຄວາມເປັນທໍາກັບທາງວັດບ້ານໜອງພະຍາ ທີ່ເກີດເຫດ ຜິດກັບ ນາຍບ້ານ, ແມ່ນາຍບ້ານ, ແລະ ນ້ອງນາຍບ້ານ. ຍ້ອນບໍ່ມັກກັນເປັນການສ່ວນຕົວ ແລ້ວມາ ຂັບໄລ ຄູບາ ແລະ ທໍາລາຍເຄື່ອງຂອງ.
ເລື່ອງມີຢູ່ວ່າ:
ຂ້ອຍມີວິດີໂອເຫດການຫນຶ່ງ ທີ່ເຫັນວ່າມັນບໍ່ສົມຄວນ ແລະ ເປັນການລ່ວງລະເມີດສິດທິສ່ວນບຸກຄົນ ແລະ ທຳລາຍສາສະຫນາ
ເຫດການນີ້ມີຢູ່ວ່າ ໃນບ້ານຫນອງພະຍາ ນາຍບ້ານແມ່ນບໍ່ຖືກກັບພະຢູ່ວັດ«ເລື່ອງເງິນ» ແລະໃນໄລຍະຜ່ານມາກະໄດ້ໄລ່ພະໄລ່ຈົວອົງທີ່ໂຕເອງບໍ່ມັກ,ບໍ່ເຮັດຕາມຄວາມຕ້ອງການຂອງໂຕເອງ ຫນີອອກຈາກວັດ.ນອກຈາກນັ້ນຍັງປຸກລະດົມບໍ່ໃຫ້ຊາວບ້ານເຂົ້າວັດນີ້ ໃຫ້ໄປເຂົ້າວັດອື່ນ
ແລະ ໃນວັນທີປະມານ4-5-6 ຂອງເດືອນ6/2019 ນີ້. ແມ່ແລະນ້ອງສາວຂອງນາຍບ້ານຫນອງພະຍາ ພ້ອມດ້ວຍ ປ ກ ສ ບ້ານ ໄດ້ເຂົ້າທຳລາຍ, ມ້າງ, ປ້ອຍດ່າ ພະສົງໃນວັດ
ໄລ່ຫນີ, ບໍ່ໃຫ້ຢູ່, ວັດນີ້ຂ້ອຍເປັນຄົນສ້າງຂ້ອຍຢາກໃຫ້ໃຜມາຢູ່ກະໄດ້«ແມ່ຂອງນາຍບ້ານເວົ້າ»
ແລະນ້ອງສາວນາຍບ້ານກໍໄດ້ເວົ້າປ້ອຍດ່າເຊັ່ນກັນ«ໃນວິດີໂອ»
ສ່ວນນາຍບ້ານນັ້ນແມ່ນຂີ່ລົດກາຍມາແລ້ວຮ້ອງບອກແລະນ້ອງສາວວ່າ: ເຮັດມັນໂລດ ເອົາມັນໂລດ«ຕາມການບອກເລົ່າຂອງປະຊາຊົນໃນເຫດການ»
ແຕ່ໃນເວລາທີ່ກຸ່ມຄົນນີ້ໄປມ້າງທຳລາຍນັ້ນ ພະສົງແມ່ນບໍ່ຢູ່ ເພິ່ນໄປໂຮງຮຽນ. ແຕ່ກຸ່ມຄົນພວກນີ້ກໍບໍ່ຟັງເຫດຜົນ ແລະ ທຳລາຍກຸຕິ«ໃນວິດີໂອ»
ແຕ່ພາຍຫລັງທີ່ຊາວບ້ານໄດ້ຫ້າມແລະເຫດການນີ້ສະຫງົບລົງ. ແມ່ແລະນ້ອງຂອງນາຍບ້ານເວົ້າວ່າ: ຂ້ອຍສິມາທາສີ ອານາໄມ ແລະຈະໃຫ້ພະນິອອກໄປຢູ່ບ່ອນອື່ນກ່ອນ.
ແຕ່ວ່າສິ່ງທີ່ເຮັດກັບສວນທາງກັບຄຳເວົ້າ
ສະນັ້ນແລ້ວ ຂ້າພະເຈົ້າກໍໄດ້ເຫັນວິດີໂອທີ່ຊາວບ້ານຖ່າຍໄວ້ແລະຕາມຄຳບອກເຫຼົ່າຂອງຊາວບ້ານທີ່ຢູ່ໃນເຫດການນັ້ນ. ຂ້າພະເຈົ້າຄິດວ່າມັນບໍ່ສົມຄວນ ບໍ່ຖືກຕ້ອງ ເຮັດປານບ້ານປ່າເມືອງເຖື່ອນ. ສະນັ້ນຈຶ່ງຢາກໃຫ້ທາງຂັ້ນເທີງ ໂດຍສະເພາະ ແນວລາວສ້າງຊາດເມືອງ ແລະ ປກສ ເມືອງໄຊທານີ ຈົ່ງມາຊ່ວຍແດ່ ເພື່ອໃຫ້ຄວາມເປັນທໍາແກ່ທຸກຝ່າຍ. ພ້ອມທັງຢາກໃຫ້ຊ່ວຍກັນ ສະກັດກັ້ນ ບໍ່ໃຫ້ບັນຫາແບບນີ້ເກີດຂຶ້ນອີກ.
ຄລິບ 1
ຄລິບ 2
ຄລິບ 3
ຄລິບ 4
ຄລິບ 5
--------------------------------
Subscribe to:
Post Comments
(
Atom
)

Post a Comment