Home ໄຟໄໝ້ ຊົມເຊີຍ ກູ້ໄພ ເຮັດວຽກແທນ ໜ່ວຍດັບເພິງ! ປະຊາຊົນເຫຼືອໃຈ ໂທຫາດັບເພີງ 1 ຊົ່ວໂມງກະບໍ່ມາ ເຫດໄຟໄໝ້ ທີ່ສີສະຫວາດ
ຊົມເຊີຍ ກູ້ໄພ ເຮັດວຽກແທນ ໜ່ວຍດັບເພິງ! ປະຊາຊົນເຫຼືອໃຈ ໂທຫາດັບເພີງ 1 ຊົ່ວໂມງກະບໍ່ມາ ເຫດໄຟໄໝ້ ທີ່ສີສະຫວາດ
June 10, 2019 0
ນະຄອນຫຼວງວຽງຈັນ: ວັນທີ 10 ມິຖຸນາ, ເວລາປະມານ 15:10 ເກີດເຫດໄຟໄໝ້ເສົາໄຟ, ສາຍໂທລະສັບ, ສາຍເຄເບີ້ນ ແລະ ສາຍອິນເຕີເນັດ ຢູ່ໜ້າາຮ້ານຂາຍເຫຼົ້າບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ຫຼັງຈາກເກີດເຫດ ມີພົນລະເມືອງດີ ແລະ ໜ່ວຍກູ້ໄພ ໄດ້ໃຊ້ຖັງມອດໄຟສີດມອດໄຟໄວ້ໄດ້. ປະຊາຊົນຫຼາຍຄົນທີ່ອາໃສຢູ່ເຂດໃກ້ຄຽງ ກ່າວວ່າ: ໃນເຂດດັ່ງນີ້ມີສາຍໄຟຟ້າ ແລະ ສາຍອື່ນໆຫຍຸ້ງຫຼາຍ. ນອກນັ້ນ, ສະພາບສາຍໄຟກໍເປັນສາຍເກົ່າ, ໃຊ້ມານານຫຼາຍປີ ແລະ ບໍ່ມີການປ່ຽນ ເວລາອາກາດຮ້ອນຫຼາຍສາຍໄຟຈະມັກເກີດໄຟໄໝ້, ໄຟຊ໊ອດ, ເຊິ່ງມີຫຼາຍຄັ້ງແລ້ວທີ່ເກີດເຫດແບບກໍລະນີ້ດຽວກັນນີ້.
ສະນັ້ນ, ຢາກຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງກວດກາເບິ່ງລາຍລະອຽດອີກ ເພື່ອຮັກສາຄວາມປອດໄພຢ່າງຮອບຄອບ.
ແຕ່ບັນຫາໜື່ງ ທີ່ປະຊາຊົນ ເຫຼືອໃຈ ກັບການແຈ້ງໄປຫາ ໜ່ວຍດັບເພິງ, ໂດຍທີ່ຜູ່ເຫັນເຫດການ ແມ່ນໄດ້ໂທໄປຕັ້ງແຕ່ ຕອນໄຟເລີ່ມໄໝ້ ຈົນເວລາຜ່ານໄປ ກໍ່ບໍ່ມາ, ມີແຕ່ໜ່ວຍກູ້ໄພທີ່ມາຊ່ວຍ. ທັ້ງໆ ທີ່ຈຸດປະຈໍາການ ຂອງໜ່ວຍດັບເພິງ ກໍ່ແມ່ນ ຢູ່ໃກ້ໆ ບໍ່ຮອດ 1 ກິໂລແມັດ. ທີ່ບ້ານທົ່ງຂັນຄໍາ. ຈິ່ງຢາກຝາກ ເຖິງ ໜ່ວຍງານຄຸ້ມຄອງ ໜ່ວຍດັບເພິງ ໃຫ້ພິຈາລະນາ ການປະຕິບັດ ວຽກງານ, ຖ້າເຮັດບໍ່ໄດ້ ກໍ່ຢາກສະເໜີ ໃຫ້ມອບ ລົດມອດໄຟ ໃຫ້ກັບ ໜ່ວຍກູ້ໄພ ທີ່ພວກເຂົາ ມີຄວາມຫ້າວຫັນ, ວ່ອງໄວ ແລະ ເຮັດວຽກ ເພື່ອສັງຄົມ ເຖິງວາຈະບໍ່ມີເງິນເດືອນ ແຕ່ພວກເຂົາກໍ່ເຮັດຢ່າງທຸ້ມເທ.
ຄລິບຈາກ 1628
ຄລິບຈາກ ປກສ
--------------------------------
Subscribe to:
Post Comments
(
Atom
)





Post a Comment