ຈົດໝາຍຮ້ອງທຸກ: ສິ່ງແວດລ້ອມ ເມືອງບໍລິັຄັນ ບໍ່ສົນໃຈ ກວດສອບ ນໍ້າເປື້ອນ ຈາກໂຮງງານແຮ່ມ ທີ່ບ້ານທ່າສີ



ສະບາຍດີທຸກທ່ານ,
ຢາກຮຽນສະເໜີຕໍ່ໃຫ້ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບບັນຫາສິງແວດລ້ອມ
ໂຮງງານແຮ່ມ ຢູ່ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄຳໄຊ  ໃນວັນທີ່ 10.6.2019 ນີ້ ໄດ້ປ່ອຍນ້ຳເສຍນໍ້າເປື້ອນ ທີ່ເກັບຂັງໄວ້ໃນອ່າງ ປະລິມານຫຼາຍ ລົງສູ່ແມ່ນ້ຳ ທີ່ພໍ່ແມ່ປະຊາຊົນຊົມໃຊ້ ແລະ ຍັງຖ້ວມເຖີງຫ້ວຍຮ່ອງແລະ ຖ້ວມ ໂນນທີລ້ຽງງົວ, ລ້ຽງຄວາຍຂອງພໍ່ແມ່ປະຊາຊົນ.



ຫ້ວຍທີ່ປ່ອຍນ້ຳລົງໃສ່ນີ້ຍັງເປັນຫ້ວຍທີ່ພໍ່ແມ່ປະຊາຊົນ ທີ່ຕັນເອົານ້ຳເຂົ້າໃສ່ນາ  ຖ້າຫາກປ່ອຍລົງແບບນີ້ຕະຫຼອດພໍ່ແມ່ປະຊາຊົນ ຈະບໍ່ສາມາດເຮັດນາໃນເຂດນີ້ໄດ້ເພາະວ່າ ທີ່ຜ່ານມາເຫັນຈຳພວກປ່າໄມ້ສີ່ງແວດລ້ອມລົງມາເບີ່ງ, ກະບໍ່ເຫັນຊີ່ມີການແກ້ໄຂຫຍັງເລີຍ. ຢາກສະເໜີໃຫ້ພາກສ່ວນທີ່ກ່ຽວຂອງ ພິຈາລະນາແລະແກ້ໄຂ.













--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes