ເປີດແລ້ວ ອານຸສາວະລີ ອົງແກ້ວ ວິລະບຸລຸດຂອງຊາດ ມູນຄ່າກໍ່ສ້າງ 23 ຕື້ກີບ



ເຊກອງ: ວັນທີ 13/06/2019 ອານຸສາວະລີອົງແກ້ວ ວິລະບຸລຸດຂອງຊາດລາວ ທີ່ປະດິດສະຖານຢູ່ຫລັກສອງບ້ານໃໝ່ຫົວເມືອງ ເມືອງລະມາມ ແຂວງເຊກອງ ໄດ້ເປີດນຳໃຊ້ຢ່າງເປັນທາງການໃນວັນທີ 13 ມິຖຸນານີ້ໂດຍທ່ານປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງ, ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ; ພ້ອມນີ້ ກໍມີການນຳ 3 ແຂວງພາກໃຕ້ຄື: ແຂວງສາລະວັນ, ຈໍາປາສັກ, ອັດຕະປື, ພາກສ່ວນກ່ຽວຂ້ອງ ແລະມວນຊົນແຂວງດັ່ງກ່າວເຂົ້າຮ່ວມ.



ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ ກ່າວວ່າ: ທ່ານ ອົງແກ້ວ ແມ່ນຜູ້ນຳທີ່ໂດດເດັ່ນ ແລະສຳຄັນໃນສະໄໝຕໍ່ສູ້ຕ້ານຝຣັ່ງ ແລະຈາກການເປັນຜູ້ໜຶ່ງທີ່ມີນ້ຳໃຈຮັກຊາດຍອມເສຍສະລະຊີວິດ ເພື່ອຊາດເພື່ອປະຊາ ຊົນຢ່າງແທ້ຈິງ, ທ່ານໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າຢູ່ເຂດພາກໃຕ້ລາວລຸກຮື້ຂຶ້ນຕໍ່ສູ້ປົດປ່ອຍປະ ເທດຊາດໃຫ້ຫລຸດພົ້ນຈາກການກົດຂີ່ຂູດຮີດຂອງພວກສັກດິນນາໃນປະເທດ ແລະພວກຈັກກະພັດຮຸກຮານ ໂດຍສະເພາະພວກລ່າເມືອງຂຶ້ນຝຣັ່ງ ເພື່ອຄວາມເປັນເອກະລາດ ປົກປັກຮັກສາຜືນແຜ່ນຂອງຕົນໄວ້ໃຫ້ຍືນຍົງ




ເຊິ່ງການກໍ່ສ້າງສວນອະນຸສາວະລີອົງແກ້ວ ເພື່ອຈາລຶກວິລະກໍາອັນລໍ້າເລີດ ແລະເພື່ອເຮັດໃຫ້ຄົນຮຸ່ນຫລັງໄດ້ຮຽນເອົາຄຸນງາມຄວາມດີ ແລະບົດຮຽນອັນລໍ້າຄ່າທັງເປັນການເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອສາມັກຄີປອງດອງຕໍ່ສູ້ບໍ່ຍອມຈຳນົນຂອງເພິ່ນຈົນໄດ້ຮັບນາມມະຍົດເປັນ : “ ວິລະບູລຸດຂອງຊາດລາວ ”. ຂະນະດຽວກັນກໍເປັນສັນຍະລັກ ແຫ່ງດິນແດນຖີ່ນກຳເນີດວິລະຊົນຄົນກ້າ ແລະເປັນສະຖານທີ່ສັກກາລະບູຊາ ທັງເປັນສູນລວມຈິດໃຈເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າຄຽງຄູ່ກັບຫລັກເມືອງ, ເປັນບ່ອນອົບຮົມບົ່ມສອນຄົນຮຸ່ນຫລັງໃຫ້ຮູ້ຮັກເຊື້ອແພງຊາດ, ຮູ້ຄຽດແຄ້ນສັດຕູຂອງຊາດທັງເປັນການເສີມຂະຫຍາຍລັດທິວິລະຊົນ.



ຂະນະທີ່ທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງເຊກອງກ່າວວ່າ: ຍ້ອນເຫັນໄດ້ວິລະກຳອັນລ້ຳເລີດ, ຄຸນງາມຄວາມດີຂອງເພິ່ນທີ່ມີຕໍ່ປະເທດຊາດ, ກົມການເມືອງສູນກາງພັກໄດ້ຕົກລົງໃຫ້ແຂວງເຊກອງສ້າງອານຸສາວະລີ ແລະຫລໍ່ຮູບທ່ານ ອົງແກ້ວ ໃນເເນື້ອທີ່ 4 ເຮັກຕາ ແລະດໍາເນີນການກໍ່ສ້າງອາຄານ, ນ້ຳພຸ, ສວນສາທາລະນະ ແລະເດີ່ນອະເນກປະສົງ, ຕາຂ່າຍໄຟຟ້າ ແລະຖານຕັ້ງຮູບຫລໍ່ອົງແກ້ວ ໂດຍມີມູນຄ່າ 23 ຕື້ກວ່າກີບ. ສ່ວນຮູບຫລໍ່ອົງແກ້ວຫລໍ່ດ້ວຍທອງປະສົມສູງ 4,90 ແມັດ, ໜັກ 6 ໂຕນມູນຄ່າ 1,8 ຕື້ກວ່າກີບ.


--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes