ຖ້າມີເບີສຸກເສີນເບີດຽວ! ຈະເຮັດໃຫ້ການ ປະຕິບັດວຽກງານ ມີປະສິດທິພາບ




ສະບາຍດີ ບັນດາທ່ານ,


ມື້ນີ້ ຮັກລາວ ໂທລະໂຄ່ງ ຢາກຍົກປະເດັນ ເລື່ອງ ສາຍດ່ວນ ຂອງບັນດາກະຊວງ, ຫ້ອງການລັດ, ສາຍດ່ວນສຸກເສີນ, ແລະ ສາຍດ່ວນ ສະເພາະໃຫ້ການຊ່ວຍເຫຼືອ ຕ່າງໆ ເຫັນວ່າ ໄດ້ມີການຈັດຕັ້ງປະຕິບັດ ເກືອບທຸກໆ ກະຊວງ, ພິເສດ ສາຍດ່ວນ ວຽກງານກູ້ໄພ ກໍ່ໄດ້ມີຫຼາຍໜ່ວຍງານ ຖືກນໍາໃຊ້, ໃນຫຼາຍແຂວງ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນ.

ເຖິງຢ່າງໃດກໍ່ດີ, ການປະຕິບັດຕົວຈິງ ໃນເລື່ອງ ສາຍດ່ວນ 4 ຕົວເລກ ຂອງໜ່ວຍງານຕ່າງໆ ບໍ່ວ່າຈະເປັນ ໜ່ວຍດັບເພີງ, ໄຟຟ້າ, ນໍ້າປະປາ, ລົດສຸກເສີນໂຮງໝໍ, ກູ້ໄພ, ຫຼື ສາຍດ່ວນ ຂອງກະຊວງຕ່າງໆ ແມ່ນຍັງບໍ່ທັນມີປະສິດທິພາບ ແລະ ບໍ່ສາມາດ ຕອບສະໜອງ ຄວາມຕ້ອງການຂອງສັງຄົມ ຫຼື ສາມາດ ຮອງຮັບຄວາມຕ້ອງການໄດ້.

ກ່ອນອື່ນ, ຂໍຕັດ ສາຍດ່ວນ ກູ້ໄພອອກໄປກ່ອນ ເພາະຖືວ່າ ສາຍດ່ວນກູ້ໄພ ບໍ່ວ່າຈະເປັນ 1623, 1624, 1625, 1628, 1629, 1630 ແມ່ນເຮັດວຽກ ໄດ້ດີ ແລະ ໜ່ວຍກູ້ໄພສາມາດ ເຮັດວຽກ ໄດ້ 24 ຊົ່ວໂມງ, ສັງຄົມໃຫ້ການຍ້ອງຍໍຊົມເຊີຍ ໃນການປະຕິບັດ ວຽກງານ.

ສ່ວນສາຍດ່ວນອື່ນໆ ບໍ່ວ່າຈະເປັນ ສາຍດ່ວນສະພາ, ສາຍດ່ວນລັດຖະບານ, ສາຍດ່ວນກະຊວງອື່ນໆ ແມ້ກະທັງ ສາຍດ່ວນ ໄຟໄໝ້, ຕໍາຫຼວດ, ໄຟຟ້າ, ນໍ້າປະປາ ແມ່ນຍັງບໍ່ສາມາດເອີ້ນວ່າສາຍດ່ວນໄດ້ ເພາະເຮັດວຽກ ມີຊົ່ວໂມງ ຄືເຮັດວຽກ ສະເພາະຊົ່ວໂມງ ລັດຖະການ ເທົ່ານັ້ນ ຫຼື ບາງສາຍດ່ວນ ເຊັ່ນສຸກເສີນໄຟໄໝ້ , ຕໍາຫຼວດ ແມ່ນຍັງໂທເຂົ້າຍາກ, ອາດຈະເປັນຍ້ອນລະບົບ ຮັບສຸກເສີນ ບໍ່ພຽງພໍບໍ່? ຕອນຄົນໂທເຂົ້າພ້ອມກັນຫຼາຍສາຍ, ຫຼື ເພາະລະບົບບໍ່ທັນສະໄໝ ພໍທີ່ຈະຮັບມື ກັບຄວາມຕ້ອງການ, ແລະ ອັນທີ່ໜັກແມ່ນ ໂທຕິດ ແຕ່ບໍ່ຮັບສາຍ. ຈິ່ງກາຍເປັນ ບັນຫາທີ່ສັງຄົມ ຕ່າງຕັ້ງຄໍາຖາມ ແລະ ຍັງບໍ່ທັນເຫັນທິດທາງ ທີ່ຈະເຮັດໃຫ້ ລະບົບສາຍດ່ວນ ເຫຼົ່ານີ້ ມີປະສິດທິພາບ ແລະ ຮັບໃຊ້ປະຊາຊົນ ຢ່າງຫ້າວຫັນ ແລະ ມີສັກກະຍະພາບ ທີ່ວ່ອງໄວ, ທັນການ.

ຂະນະດຽວກັນ, ພາກລັດເອງ ໂດຍສະເພາະ ໜ່ວຍງານ ປ້ອງກັນຄວາມສະຫງົບ ກໍ່ໄດ້ເລັ່ງປັບປຸງ ທັງລະບົບ ໄອທີ, ປັບປຸງ ບຸກຄະລາກອນ ໃຫ້ສາມາດຮັບມື. ພ້ອມທັງ ຄວາມຈໍາເປັນ ທາງດ້ານງົບປະມານ ທີ່ຕ້ອງເອົາມານໍາໃຊ້ໃນວຽກງານນີ້.


ຈາກການຕິດຕາມ ສາເຫດທີ່ເຮັດສາຍດ່ວນຕ່າງໆ ຍັງເຮັດວຽກ ບໍ່ມີປະສິດທິພາບເພາະວ່າ

1. ລະບົບໄອທີ່ ບໍ່ທັນສະໄໝ ແລະ ຍັງບໍ່ຮອງຮັບຄວາມຕ້ອງການ ເວລາມີ ການໂທເຂົ້າຫຼາຍ ກໍ່ບໍ່ສາມາດ ທີ່ຈະຮັບໄດ້ທັນ

2. ບຸກຄະລາກອນ ທີ່ປະຕິບັດ ໜ້າທີ່ 24 ຊົ່ວໂມງ ໃນວຽກສຸກເສີນ ຍັງຈໍາກັດ, ແລະ ບໍ່ສາມາດ ຕອບສະໜອງ ກັບຄວາມຕ້ອງການຂອງປະຊາຊົນໄດ້.

3. ຍັງບໍ່ທັນ ນໍາໃຊ້ ລະບົບ ອິນເຕີເນັດ, ການສື່ສານ ຜ່ານທີ່ວ່ອງໄວ ກວ່າເຂົ້າໃນການ ຮັບການຮ້ອງທຸກ ຫຼື ການຊ່ວຍເຫຼືອ ຈາກປະຊາຊົນ. ເຊັນ: ການພັດທະນາ ແອັບພິເຄເຊັນ ສຸກເສີນ, ການພັດທະນາ ສື່ອ່ອນລາຍ (ນໍາໃຊ້ ເຟສບຸກ, ລາຍ, WhatsApp, ເຂົ້າໃນການສື່ສານ ຫຼື ຮັບຮ້ອງທຸກ ຈາກປະຊາຊົນ ໃຫ້ມີ ຫຼາກຫຼາຍຊ່ອງທາງ.

4. ຂາດສູນກາງໃຫຍ່ ທີ່ຈະຄວບຄຸມ ຕິດຕາມ ແລະ ປະເມີນຜົນ. ໃນທີ່ນີ້ ຕ້ອງປະເມີນ ທັງຄວາມເພິ່ງພໍໃຈຂອງປະຊາຊົນ ທີ່ໂທໄປຫາສາຍດ່ວນຕ່າງໆ ແລະ ທັງ ປະເມີນການປະຕິບັດໜ້າທີ່ຂອງ ພະນັກງານ ທີ່ເຮັດວຽກ ວ່າ, ຄໍາຮ້ອງ ທີ່ໄດ້ຮັບມານັ້ນ ໄດ້ສາມາດແກ້ໄຂ ຫຼື ຊ່ວຍເຫຼືອ ໄດ້ຈັກ ເປີເຊັນ. ພ້ອມດຽວກັນນັ້ນ ກໍ່ຕ້ອງ ຊອກຮູ້ບັນຫາ, ຂໍຄົງຄ້າງ ທີ່ຈະຕ້ອງໄດ້ແກ້ໄຂ ເພື່ອເຮັດໃຫ້ວຽກງານ ສຸກເສີນສາມາດ ດໍາເນີນໄດ້ຢ່າງມີປະສິດທິພາບ.


ຈາກການໄດ້ໂອ້ລົມ ກັບເພື່ອນໆ ຄົນຕ່າງປະເທດ, ມີຫຼາຍບົດຮຽນທີ່ສາມາດເອົາມານໍາໃຊ້ ເຊິ່່ງ ຕົວແບບທີ່ດີ ແມ່ນສາຍດ່ວນ ຂອງ ປະເທດ ອັງກິດ ທີ່ເຫັນວ່າ ເປັນລະບົບ ສາຍດ່ວນ ທີ່ມີປະສິດທິພາບ ແລະ ສາມາດກວດສອບໄດ້ ແລະ ທັງສາມາດ ຄວບຄຸມ ໜ່ວຍງານສະເພາະ ທີ່ປະຕິບັດ ວຽກງານນໍາອີກ.

ປະເທດ ອັງກິດ ຈະບໍ່ມີສາຍດ່ວນ ຫຼາຍ ເບີ ໃຫ້ຈື່ຍາກ ແຕ່ຈະມີ ເບີດຽວຄື 999 ສະນັ້ນ, ຫາກທ່ານມີເຫດສຸກເສີນ ຫຼື ຕ້ອງການຮ້ອງທຸກ ແມ່ນໃຫ້ ກົດ 999 ເຊິ່ງໜ່ວຍງານນີ້ ຈະມີລະບົບຮອງຮັບ ສາຍດ່ວນໂທເຂົ້າຂະໜາດໃຫຍ່ ແລະ ຈະເປັນ ຜູ່ເກັບກໍາຂໍ້ມູນ ດ່ານທໍາອິດ ຈາກປະຊາຊົນ. ຈາກນັ້ນ, ຈະສົ່ງຕໍ່ ຫາໜ່ວຍງານສະເພາະ ໂດຍກົງ ເພື່ອດໍາເນີນການຊ່ວຍເຫຼືອ.

ຂັ້ນຕອນການໂທສຸກເສີນ
1. ປະຊາຊົນ ມີເຫດສຸກເສີນ ກົດ 999
2. ໜ່ວຍງານ ສຸກເສີນ 999 ຮັບຮ້ອງທຸກ ແລະ ສອບຖາມ ຄວາມຕ້ອງການ
3. ໜ່່ວຍງານ 999 ແຈ້ງດ່ວນ ຫາໜ່ວຍງານສະເພາະ (ໄຟໄໝ້, ນໍ້າປະປາ, ຕໍາຫຼວດ, ໂຮງໝໍ ແລະ ອື່ນໆ)
4. ໜ່ວຍງານສະເພາະ ທີ່ກ່ຽວຂ້ອງ ໄປຊ່ວຍ ປະຊາຊົນທີ່ ມີເຫດສຸກເສີນ.


ຈາກລະບົບນີ້, ຈະເຫັນວ່າ, ຜູ່ໃຫ້ບໍລິການ ຊ່ວຍເຫດສຸກເສີນຕ່າງໆ ຈະມີຜູ່ຕິດຕາມ, ຄວບຄຸມ ແລະ ປະເມີນ. ແລະ ຈະເຮັດໃຫ້ ການຊ່ວຍເຫຼືອ ປະຊາຊົນໄດ້ວ່ອງໄວ ແລະ ປະຊາຊົນ ກໍບໍ່ສັບສົນ.


ອັນນີ້, ກໍ່ເປັນການແລກປ່ຽນ ແລະ ສະເໜີ ໄປພ້ອມ ເຖິງໜ່ວຍງານທີ່ກ່ຽວຂ້ອງ. ຫາກວ່າ ມັນດີ ແລະ ເປັນປະໂຫຍດ ແລະ ສາມາດຈັດຕັ້ງປະຕິບັດ ໄດ້ກໍ່ຈະສາມາດເປັນອີກ ວິທີ ເຮັດໃຫ້ ການຊ່ວຍສຸກເສີນມີສັກກະຍະພາບສູງຂຶ້ນ, ກວດສອບໄດ້, ປະເມີນໄດ້, ຕິດຕາມໄດ້.




--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes