ໄວລຸ້ນ ຊິ້ງລົດຈັກ ເສຍຫຼັກ ຕໍາເຂົ້າຮ້ານຂາຍເຄື່ອງ ກາງເດິກ ເຈັບ 2 ຄົນ ທາງໂຄ້ງບ້ານຫາດຊາຍຂາວ



ນະຄອນຫຼວງວຽງຈັນ: ລາຍງານຈາກ 1623 ໃຫ້ຮູ້ວ່າ ໃນວັນທີ 21 ມິຖຸນາ 2019 ເວລາ 00:08 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີ ເຫດລົດຈັກເສຍຫຼັກແລ່ນຕໍາເຂົ້າຮ້ານຂາຍເຄື່ອງ. ຈຸດເກີດເຫດ ແມ່ນທາງໂຄ້ງ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ



ອາສາກູ້ໄພມູນນິທິ 1623  ອອກກວດສອບ ໄດ້ພົບ ຜູ້ບາດເຈັບ 2 ຄົນ ເປັນເພດຊາຍ 1 ຍີງ 1. ຄົນເຈັບທັງສອງ ມີອການດັ່ງນີ້:

ຄົນເຈັບ ຜູ່ທີ 1 ເພດຊາຍ ອາຍຸ 23ປີ ອາຊີບ ນັກສືກສາ ບ້ານ.ຫາດຊາຍຂາວ ເມືອງ.ຫາດຊາຍຟອງ ນະຄອນຫຼວງວຽງຈັນ. ອາການເບື້ອງຕົ້ນແມ່ນ ມີບາດແຜຢູ່ຕາມຕົນໂຕ. ຂາໂຕ້ເບື້ອງຂວາ ມີບາດແຜຖືກທໍ່ລົດດາດ. ມືນີ້ວກ້ອຍເບື້ອງຊ້າຍຂາດ ໄດ້ສະຕິ. ດັ່ງນັ້ນໜວ່ຍກູ້ໄພມູນນິທິຈື່ງປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໜໍ ເສດຖາ (ດອນກອຍ)



ຄົນເຈັບ ຜູ່ທີ 2: ເພດຍີງ ອາຍຸ 20ປີ ອາຊີບ ນັກສືກສາ ບ້ານ ຫາດຊາຍຂາວ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນ ມີບາດແຜຢູ່ໃບໜ້າ ແລະ ຕາມຕົນໂຕ ໄດ້ສະຕິ, ດັ່ງນັ້ນໜ່ວຍກູ້ໄພມູນນິທິຈື່ງປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໜໍ ເສດຖາ (ດອນກອຍ).

ສ່ວນຄວາມເສຍຫາຍ ຈາກອຸບັດຕິເຫດ ຄັ້ງນີ້ ເຈົ້າໜ້າທີ່ຈະກວດຕໍ່ໄປ

ລາຍງານໂດຍ: 1623



--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes