Home ປະກາດຫາຍາດພີ່ນ້ອງ ທ່ານໝໍ ວົງວິໄຊ ໂພດຂໍ້ຄວາມ ອະທິບາຍເພີ່ມ ເຫດ ພໍ່ແມ່ຫາຍສາບສູນ 1 ເດືອນ, ພ້ອມເຫດຜົນໃຫ້ ກວດສຸຂະພາບຈິດ ຫຼານສາວ
ທ່ານໝໍ ວົງວິໄຊ ໂພດຂໍ້ຄວາມ ອະທິບາຍເພີ່ມ ເຫດ ພໍ່ແມ່ຫາຍສາບສູນ 1 ເດືອນ, ພ້ອມເຫດຜົນໃຫ້ ກວດສຸຂະພາບຈິດ ຫຼານສາວ
June 21, 2019 0
ຫາກທ່ານໄດ້ຕິດຕາມ ເລື່ອງລາວ ການປະກາດຫາພໍ່ແມ່ ທີ່ຫາຍສາບສູນໄປ 1 ເດືອນ ທີ່ລູກສາວ ບໍ່ສາມາດຕິດຕໍ່ໄດ້ ໃນອາທິດຜ່ານມາ ກັບຄວາມຕໍ່ເນື່ອງ ແລະ ເລື່ອງລາວ ທີ່ສັງຄົມໃຫ້ຄວາມສົນໃຈ ແລະ ຢາກໃຫ້ ຄອບຄົວ ດັ່ງກ່າວໄດ້ມີການແກ້ໄຂບັນຫາ ຢ່າງຖືກຕ້ອງ ແລະ ສັນຕິວິທີ ພ້ອມທັງຮັບປະກັນ ທຸກຝ່າຍໃຫ້ຕົກລົງກັນໄດ້.
ລໍາດັບຂ່າວ
1. ຂ່າວທໍາອິດໃນການປະກາດຊອກຫາແມ່ ວັນທີ 16 ມິຖຸນາ 2019
2. ຄລິບຈາກພໍ່ແລະແມ່ ວັນທີ 19 ມິຖຸນາ 2019
3. ຂ່າວອະທິບາຍຊີ້ແຈງຂອງລູກສາວ ວັນທີ 20 ມິຖຸນາ 2019
ແລະ ຫຼ້າສຸດ ໃນວັນທີ 21 ມິຖຸນາ 2019, Vongvilay Paphatsalang ຜູ່ເປັນນ້ອງຊາຍພໍ່ ແລະ ທັງເປັນ ທ່ານໝໍ ທີ່ເຊັນ ຮັບຮອງ ອາການພະຍາດ ຂອງຄົນເຈັບ ຄືຜູ່ເປັນພໍ່ໄດ້ ອອກມາໂພດຂໍ້ຄວາມ ເພື່ອຊີ້ແຈງເພີ່ມ ແລະ ຢາກໃຫ້ ອໍານາດການປົກຄອງ ໄດ້ພິຈາລະນາ ຄວາມຖືກຕ້ອງຈາກຝ່າຍລູກສາວນໍາເຊັ່ນກັນ, ເພາະຜ່ານມາແມ່ນ ມີເລື່ອງລາວພາຍໃນ ທີເຮັດໃຫ້ ຜູ່ເປັນພໍ່ແລະແມ່ ຕ້ອງໄດ້ ຂໍການຊ່ວຍເຫຼືອຈາກນ້ອງຊາຍ ເພື່ອເອົາຕົວຫຼົບໜີ ຈາກ ລູກສາວ ຊົ່ວຄາວ.
ຂໍ້ຄວາມມີດັ່ງນີ້:
ເຖີງທ່ານທີ່ມີຄວາມປະສົງເພື່ອຄວາມຍຸຕິທໍາຂອງສັງຄົມໃນການທີ່ຈະປະຕິບັດວິໄນ.ຢືດຊັບ.ຄອບຄອງຊັບສີນ ເພາະວ່າຂ້າພະເຈົ້າເອງ ດຣ.ວົງວິໄລ ປະພັດສະລາງ ໄດ້ເຊັນໃບຮັບຮອງຢັ້ງ ຢືນພະຍາດໃຫ້ແກ່ ນາງ ສົມພາວຽງ ປະພັດສະລາງ ຊື່ງເປັນເອື້ອຍໄພ້ຂອງ ຂ້າພະເຈົ້ານັ້ນແມ່ນຢັ້ງຢືນວ່າຜູ້ກ່ຽວມາຮັບການປິ່ນປົວຢູ່ໂຮງໝໍມະໂຫສົດແທ້ຕາມວິຊາການຂອງໂຮງໝໍທີ່ປະຕິບັດແລ້ວກໍ່ມີຜູ້ບໍ່ຫວັງດີເອົາໄປເປັນຫລັກຖານໃນການຮ້ອງຟ້ອງເພື່ອຢາກຄອບຄອງສັບສີນຂອງຜູ້ກ່ຽວ.ດັ່ງນັ້ນຕ້ອງໄດ້ຄິດໃຫ້ຮອບຄອບເສັຽກ່ອນວ່າຄວນເອົານາງສົມພະຈັນ ປະພັດສະລາງມາກວດແລະມາສືກສາວ່າສະຕິສໍາປັດຊາຍະຂອງຜູ້ກ່ຽວເປັນປົກກະຕິຫລືບໍ?ຈະກ່າວຫາແຕ່ແມ່ຝ່າຍດຽວອາດຈະບໍ່ເປັນທໍາແກ່ຜູ້ໃຫ້ກໍາເນີດຄື ນາງສົມພາວຽງ.່ ກ່ອນແມ່ຈະເປັນແນວນີ້ກໍ່ຍ້ອນບັນຫາຕ່າງໆທີ່ລູກສາວສ້າງຂື້ນມາເອງເພື່ອຢາກຄູ້ມຄອງແລະຄອບຄອງສັບສົມບັດຂອງແມ,່ແນ່ນອນພໍ່ແມ່ທຸກຄົນ ຍ່ອມ ຮັກລຸກທີ່ໄດ້ລ້ຽງແລະສົ່ງເສັຽ ໃຫ້ຮໍ່າຮຽນມາແຕ່ນ້ອຍໆ ດັ່ງນັ້ນອໍານາດການປົກຄອງຄວນສັ່ງໃຫ້ແພດກວດກາບັນຫາທາງຈິດຂອງຜູ້ເປັນລູກສາວ ວ່າມີຈິດສໍານືກດີຢູ່ບໍ່,ບໍ່ວ່າທາງດ້ານຮ່າງກາຍ.ຈິດສໍານືກ.ຈາລິຍະທໍາ ຮິດຄອງປະເພນີແລະ ຄວາມນັບຖືບັນພະບຸລຸດທີ່ໃຫ້ກໍາເນີດເກີດຂື້ນມາ.ຂ້າພະເຈົ້າເອງກໍຂໍຄວາມເປັນທໍາໃຫ້ແກ່ ດຣ.ຈັນທະຄາດ ປະພັດສະລາງ ຜູ້ເປັນພໍ່ກໍ່ຕົກຢູ່ໃນທ່າຮັບນີ້ເຊັ່ນກັນ. ່
ເອກະສານທີ່ ທ່ານໝໍເຊັນຮັບຮອງ
ທີ່ມາ
--------------------------------
Subscribe to:
Post Comments
(
Atom
)




Post a Comment