ແຕ່ງຕັ້ງທ່ານທອງສີງ ໄຊຍະສຸກ, ຮອງເລຂາພັກເມືອງປາກແຊງ ຂື້ນຮັກສາການເລຂາພັກເມືອງ ແລະ ເຈົ້າເມືອງປາກແຊງ


ມອບ-ຮັບໜ້າທີ່ເລຂາພັກເມືອງ-ເຈົ້າເມືອງປາກແຊງ:

ໃນວັນທີ 21 ມິຖຸນາ 2019 ນີ້, ທີ່ຫ້ອງສະໂມສອນຂອງເມືອງປາກແຊງ, ອົງການປົກຄອງເມືອງປາກແຊງແຂວງຫລວງພະບາງ, ໄດ້ຈັດພິທີ ມອບຮັບໜ້າທີ່ເລຂາພັກເມືອງ-ເຈົ້າເມືອງ ລະຫວ່າງຜູ້ເກົ່າ ກັບ ຜູ້ໃໝ່ຂື້ນ ໂດຍມີທ່ານຄຳຂັນ ຈັນທະວີສຸກ, ກຳມະການສູນກາງພັກ, ເລຂາພັກແຂວງ ແລະ ເຈົ້າແຂວງຫລວງພະບາງ ພ້ອມດ້ວຍການນຳຂອງແຂວງ, ເມືອງ, ອົງການປົກຄອງບ້ານ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.




ໃນພິທີ, ທ່ານມອນໄຊ ລາວມົວຊົງ, ກຳມະການປະຈຳພັກແຂວງ ແລະ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງຫລວງພະບາງ ວ່າດ້ວຍການຍົກຍ້າຍ ທ່ານຈັນສຸກ ພັນໂດລັກ, ກຳມະການພັກແຂວງ, ເລຂາພັກເມືອງ ແລະ ເຈົ້າເມືອງປາກແຊງ ໄປຮັບໜ້າທີ່ໃໝ່ຢູ່ ນະຄອນ ຫລວງພະບາງ ແລະ ແຕ່ງຕັ້ງທ່ານທອງສີງ ໄຊຍະສຸກ, ຮອງເລຂາພັກເມືອງປາກແຊງ ຂື້ນຮັກສາການເລຂາພັກເມືອງ ແລະ ເຈົ້າເມືອງປາກແຊງ.
ຈາກນັ້ນ, ທ່ານຄຳຂັນ ຈັນທະວີສຸກ ກໍ່ໄດ້ຂື້ນມອບມະຕິຕົກລົງໃຫ້ທັງສອງທ່ານ ພ້ອມທັງ ມີຄຳເຫັນ ແລະ ໃຫ້ຄຳໂອວາດແນະນຳບາງປະການຕື່ມອີກ.




ຂ່າວ: ອາພຸດເດດ ບຸບຜາ


--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes