ສະພາພິຈາລະນາ ຮັບຮອງ ຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ


ມື້ທີ 13 ຂອງກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ສສຊ ປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ

ໃນຕອນເຊົ້າມື້ນີ້ 21 ມິຖຸນາ 2019, ຢູ່ຫໍປະຊຸມສະພາແຫ່ງຊາດ ຫລັກ 6, ນະຄອນຫຼວງວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ສົມພັນ ແພງຄໍາມີ, ຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງ ຊາດ ໄດ້ພ້ອມກັນຄົ້ນຄ້ວາພິຈາລະນາເພື່ອຮັບຮອງເອົາຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ສະເໜີໂດຍ ທ່ານ ສົມມາດ ພົນເສນາ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊຶ່ງເປັນຮ່າງກົດໝາຍທີ່ຜ່ານການທາບທາມໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ມາແລ້ວ, ປະກອບມີ 15 ພາກ 29 ໝວດ 160 ມາດຕາ. ແຕ່ສຳລັບການປັບປຸງຄືນໃຫມ່ໃນຄັ້ງນີ້, ຮ່າງກົດຫມາຍສະບັບນີ້ແມ່ນປະກອບດ້ວຍ 15 ພາກ 29 ໝວດ 190 ມາດຕາ.




ຖ້າທຽບໃສ່ສະບັບທີ່ໄດ້ທາບທາມມາໃນຄັ້ງກ່ອນ ແມ່ນໄດ້ເພີ່ມຂຶ້ນ 36 ມາດຕາ, ປັບປຸງເນື້ອໃນຄືນໃໝ່ 47 ມາດຕາ ແລະ ຕັດອອກ 5 ມາດຕາ. ທ່ານ ສົມມາດ ພົນເສນາ ຍົກໃຫ້ເຫັນວ່າ: ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງທີ່ຮັບຜິດຊອບການປັບປຸງຮ່າງກົດໝາຍສະບັບນີ້ ໄດ້ເຊີນເອົາຊ່ຽວຊານໃນຂະແໜງການທີ່ກ່ຽວຂ້ອງຈາກບັນດາປະເທດເພື່ອນມິດ ແລະ ປະເທດໃກ້ຄຽງ ມາແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບນະໂຍບາຍຄຸ້ມຄອງທີ່ດິນ. ພ້ອມນີ້ ຍັງໄດ້ນຳໄປຜ່ານການຄົ້ນຄ້ວາຈາກບັນດາສະມາຊິກສະພາແຫ່ງຊາດມາແລ້ວ ເພື່ອແນໃສ່ເຮັດໃຫ້ເນື້ອໃນຄົບຖ້ວນ ແລະ ຮັດກຸມທີ່ສຸດ.”


ພາຍຫລັງທີ່ ທ່ານ ສົມມາດ ພົນເສນາ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງສໍາເລັດແລ້ວ, ທ່ານ ສົມພັນ ແພງຄໍາມີ, ຮອງປະທານສະພາແຫ່ງຊາດ, ໃນນາມປະທານກອງປະຊຸມກໍ່ໄດ້ໃຫ້ຄໍາເຈາະຈີ້ມແກ່ສະມາຊິກສະພາແຫ່ງຊາດເພື່ອເປັນທິດທາງໃນການປະກອບຄໍາເຫັນໃສ່ຮ່າງກົດໝາຍສະບັບນີ້ ຍ້ອນວ່າກົດໝາຍທີ່ດິນ ມີຄວາມສໍາຄັນຫລາຍ ເພາະມັນຕິດພັນກັບສິດ ແລະ ຜົນປະໂຫຍດຂອງປວງຊົນລາວທັງຊາດ;


ດັ່ງນັ້ນ ຈຶ່ງຂໍໃຫ້ສະມາຊິກສະພາແຫ່ງຊາດແຕ່ລະທ່ານ ຈົ່ງປະກອບຄໍາຄິດຄໍາເຫັນໃຫ້ລະອຽດ ແລະ ເລິກເຊິ່ງ ເພາະເປັນໄລຍະທີ່ພັກເຮົາໄດ້ມີມະຕິວ່າດ້ວຍການຄຸ້ມຄອງທີ່ດິນໃນໄລຍະໃໝ່, ທັງແມ່ນໄລຍະ ທີ່ພວກເຮົາໄດ້ຮັບຮອງເອົາການສ້າງແຜນແມ່ບົດການຈັດສັນທີ່ ດິນແຫ່ງຊາດ ເຊິ່ງເປັນບ່ອນອີງໃຫ້ແກ່ການປັບປຸງກົດໝາຍສະບັບນີ້, ເປັນຕົ້ນແມ່ນ ມາດຕາ 30 ວ່າດ່ວຍການຄຸ້ມຄອງ ແລະ ການນໍາໃຊ້ທີ່ດິນແຕ່ລະປະເພດ; ມາດຕາ 37 ວ່າດ້ວຍການກໍານົດເນື້ອທີ່ການນໍາໃຊ້ດິນເພື່ອຜະລິດກະສິກໍາ, ມາດຕາ 77 ວ່າດ້ວຍການກໍານົດຂອບເຂດສິດນໍາໃຊ້ດິນປຸກສ້າງ ເພື່ອເປັນການຮັບ ຮອງການຂະຫຍາຍຕົວຂອງພົນລະເມືອງ, ມາດຕາ 83 ວ່າດ້ວຍການຈັດສັນທີ່ດິນຂອງລັດ ເພື່ອເປັນທີ່ຢູ່ອາໄສໃຫ້ພະນັກງານ, ມາດຕາ 101 ວ່າດ້ວຍຂັ້ນຕອນການຂຶ້ນທະບຽນໃບຕາດິນ, ມາດຕາ 109 ວ່າດ້ວຍການປະເມີນທີ່ດິນ, ມາດຕາ 123 ວ່າດ້ວຍການຊື້-ຂາຍສິດນໍາໃຊ້ທີ່ດິນຂອງລັດ, ການເສຍສິດນໍາໃຊ້ທີ່ດິນ ແລະ ມາດຕາອື່ນໆອີກ. ບັນດາຜູ້ແທນເຮົາຈະຄົ້ນຄວ້າແນວໃດ, ປະກອບຄໍາເຫັນ ເຈາະຈີ້ມແນວໃດ ເພື່ອໃຫ້ມີຄວາມເໝາະສົມ, ແລະ ຖືກຕ້ອງ .



ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງ ກໍ່ໄດ້ຜັດປ່ຽນກັນປະກອບຄໍາເຫັນຢ່າງເປັນຂະບວນຟົດຟື້ນສົມຄວນ ເພາະບັນຫາທີ່ດິນກໍາລັງເປັນສິ່ງພົ້ນເດັ່ນຢູ່ໃນສັງຄົມເຮົາໃນປະຈຸບັນ ເຊິ່ງສ່ວນໃຫຍ່ກໍ່ເປັນໄປຕາມທີ່ປະທານກອງປະຊຸມໄດ້ໃຫ້ຄໍາເຈາະຈີ້ມ ເພື່ອແນໃສ່ເຮັດໃຫ້ຮ່າງກົດໝາຍສະບັບນີ້ມີເນື້ອໃນຄົບຖ້ວນ, ສາມາດຮັບຮອງ ແລະ ປະກາດນໍາໃຊ້ໄດ້ໃນຕໍ່ໜ້າ, ຊຶ່ງຈະເປັນການປະກອບສ່ວນສໍາຄັນເຮັດໃຫ້ການຄຸ້ມຄອງທີ່ດິນຢູ່ປະເທດເຮົາ ດີຂຶ້ນກ່ວາເກົ່າ.

ໃນຕອນບ່າຍວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆ ຈະສືບຕໍ່ປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ; ຈາກນັ້ນ ອະນຸກໍາມະການສ້າງຮ່າງກົດໝາຍ ຈະຂຶ້ນຊີ້ແຈງອະທິບາຍອີກຕື່ມຕໍ່ຂໍ້ຊັກຖາມ ແລະ ການເຈາະຈີ້ມທີ່ບັນດາສະມາຊິກສະພາແຫ່ງຊາດໃຫ້ຄວາມສົນໃຈ. ຫລັງຈາກນັ້ນ, ປະທານກອງປະຊຸມ ຈະສະຫລຸບສັງລວມການປະກອບຄໍາຄິດຄໍາເຫັນ ແລະສະເໜີໃຫ້ຜູ້ແທນກອງປະຊຸມລົງມະຕິຮັບຮອງເອົາຮ່າງກົດໝາຍສະບັບນີ້.

ຂ່າວ: ຄຳກອງ ກິດຕິຄຸນ
ຖ່າຍພາບ: ຕາລີເຊຍ ລໍມີໄຊ
Lao National Radio



--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes