Home ລັດຖະບານ ທ່ານ ບຸນທອງ ຈິດມະນີ ທ່ານຮອງນາຍົກລັດຖະມົນຕີ ໂອ້ລົມການນໍາແຂວງເຊກອງ
ທ່ານ ບຸນທອງ ຈິດມະນີ ທ່ານຮອງນາຍົກລັດຖະມົນຕີ ໂອ້ລົມການນໍາແຂວງເຊກອງ
June 21, 2019 0
ເຊກອງ: ໂອກາດຢ້ຽມຢາມ ແລະເຮັດວຽກທີ່ແຂວງເຊກອງຂອງ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ທ່ານໄດ້ໃຫ້ກຽດພົບປະໂອ້ລົມການນໍາຂັ້ນຕ່າງໆຂອງແຂວງ ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ ທີ່ສະໂມສອນຫ້ອງວ່າການແຂວງໃນຕອນເຊົ້າວັນທີ 20 ມິຖຸນາຜ່ານມານີ້.
ໃນພິທີທ່ານ ຄໍາເຜີຍ ບຸດດາວຽງ ໄດ້ລາຍງານສະພາບການຊີ້ນໍາໆພາວຽກງານຮອບດ້ານ ແລະການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນ 6 ເດືອນຕົ້ນປີ 2019 ວ່າ: ທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ-ປອດໄພໂດຍພື້ນຖານ, ການນໍາພັກ-ລັດທຸກຂັ້ນ ແຕ່ແຂວງລົງຮອດທ້ອງຖິ່ນໄດ້ເພີ່ມທະວີໃຫ້ຄວາມເອົາໃຈໃສ່ຊີ້ນໍາ-ນໍາພາປະຊາຊົນທ້ອງຖິ່ນເຮັດການຜະລິດ, ປັບປຸງກໍ່ສ້າງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງຕໍ່ເນື່ອງ, ດ້ານເສດຖະກິດຍລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂະຫຍາຍຕົວຢູ່ໃນລະດັບ 8,3% ສະເລ່ຍລາຍຮັບໃສ່ພົນລະເມືອງເທົ່າກັບ 12 ລ້ານກວ່າກີບຕໍ່ຄົນຕໍ່ປີ.
ຄຽຄູ່ກັນນີ້ ແຂວງກໍຍັງໄດ້ເອົາໃຈໃສ່ໃນການພັດທະນາຂົງເຂດວັດທະນະທໍາ-ສັງຄົມ ໂດຍໄດ້ເລັ່ງໃສ່ວຽກງານສຶກສາ ແລະສາທາລະນະສຸກເປັນຕົ້ນຕໍ, ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ຕົວເລກຄາດໝາຍທີ່ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII ຂອງລັດຖະບານ ກໍຄືຂອງແຂວງບັນລຸຜົນສໍາເລັດໂດຍໄວ. ອັນພົ້ນເດັ່ນໃນປະຈຸບັນແມ່ນສາມາດລົບລ້າງຄອບຄົວທຸກຍາກຂອງປະຊາຊົນໄດ້ແລ້ວ 23.829 ຄອບຄົວກວມເອົາ 95,3% ຂອງຄອບຄົວທັງໝົດທົ່ວແຂວງ.
ໃນໂອກາດດຽວກັນນີ້ ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ມີການເຈາະຈີ້ມໃນຫຼາຍໆບັນຫາ ເພື່ອໃຫ້ການນໍາຂອງແຂວງນໍາໄປປຶກສາຫາລື ແລະແກ້ໄຂຕໍ່ໄປ; ພ້ອມກັນນີ້ທ່ານຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາ ແລະພະນັກງານຫຼັກແຫຼ່ງຂອງແຂວງສືບຕໍ່ເອົາໃຈໃສ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊຸກຍູ້ສົ່ງເສີມປະຊາຊົນຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ໃຫ້ນັບມື້ຫຼາຍຂຶ້ນ, ພັດທະນາພື້ນຖານໂຄງລ່າງຮັບໃຊ້ການຜະລິດ ແລະຊີວິດການເປັນຢູ່ຂອງປະຊາຊົນ, ສຸມໃສ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະສິ່ງທີ່ເປັນອຸປະສັກຕໍ່ການພັດທະນາເສດຖະກິດຂອງແຂວງໃຫ້ຕົກໄປ,
ສິ່ງສໍາຄັນຕ້ອງຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ລຶບລ້າງຄວາມທຸກຍາກ ແລະການປະຕິບັດວຽກງານ 3 ສ້າງ ເພື່ອເຮັດໃຫ້ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະການສ້າງບ້ານເປັນຫົວໜ່ວຍພັດທະນາຢູ່ແຂວງເຊກອງປາກົດຜົນເປັນຈິງໂດຍໄວ.
ໃນຕອນບ່າຍວັນດຽວກັນນີ້ ພະນະທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະທີ່ມາຈາກສູນກາງ ແລະການນໍາຂອງແຂວງເຊກອງຍັງໄດ້ເດີນທາງໄປຢ້ຽມຢາມຟາມລ້ຽງງົວ ແລະໂຮງງານນໍ້າຕານຂອງບໍລິສັດແມ່ຂອງຮ່ວມທຸລະກິດ ທີ່ຕັ້ງຢູ່ບ້ານຕິ້ວ ເມືອງລະມາມ ແຂວງເຊກອງຕື່ມອີກ.
• ຂ່າວ : ສັນຍາ
--------------------------------
Subscribe to:
Post Comments
(
Atom
)




Post a Comment