Home ເສຍຄ່າທາງ ເລື່ອນກໍານົດໃຫ້ອີກ 3 ເດືອນ, ແຕ່ປະຊາຊົນຍັງບໍ່ຕື່ນຕົວໄປເສຍຄ່າທາງ! ກາຍວັນທີ 30/6/19 ຖືກປັບໃໝແນ່ນອນ
ເລື່ອນກໍານົດໃຫ້ອີກ 3 ເດືອນ, ແຕ່ປະຊາຊົນຍັງບໍ່ຕື່ນຕົວໄປເສຍຄ່າທາງ! ກາຍວັນທີ 30/6/19 ຖືກປັບໃໝແນ່ນອນ
June 21, 2019 0
ນັບຈາກມື້ນີ້ 21 ມິຖຸນາ 2019 ກໍ່ຍັງເຫຼືອເວລາ ພຽງ 9 ມື້ເທົ່ານັ້ນ ທີ່ບັນດາເຈົ້າຂອງພາຫະນະ ບໍ່ວ່າຈະເປັນ ລົດຈັກ, ລົດໃຫຍ່ ຕ້ອງໄດ້ປະກອບສ່ວນເສຍພັນທະ ຄ່າທາງ. ທີ່ຖືວ່າເປັນສິ່ງຈໍາເປັນ ແລະ ສໍາຄັນ ເພື່ອປະກອບສ່ວນເປັນທຶນຮອນ ເຂົ້າໃນການ ປົວແປງ ແລະ ສ້າງສາຖະໜົນຫົນທາງ. ຫາກປະຊາຊົນ ບໍ່ພ້ອມໃຈກັນ ເສຍພັນທະແລ້ວ ກໍ່ຈະເຮັດໃຫ້ຂາດທຶນຮອນ.
ຈາກການລາຍງານ ຂອງ ເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ, ໂດຍສະເພາະ, ທີ່ມີພາຫະນະ ປະມານ ເກົ້າແສນກວ່າຄັນ, ປະກົດວ່າ ຄວາມຕື່ນຕົວ ຂອງປະຊາຊົນ ທີ່ມາເສຍຄ່າທາງຕາມທີ່ໄດ້ກໍານົດໄວ້ ແມ່ນມີພຽງ 2 ແສນກວ່າຄັນເທົ່ານັ້ນ, ແລະ ຍັງອີກ 7 ແສນກວ່າຄັນ ທີ່ຍັງບໍ່ມາເສຍ. ສະນັ້ນ, ທາງໜ່ວຍງານ ຮັບຜິດຊອບ ໃນການເກັບຄ່າທາງ ຈະໄດ້ສົມທັບ ກັບເຈົ້າໜ້າທີ່ຈາລະຈອນ ມີມາດຕະການເຂັ້ມງວດ ໃນການກວດ ລົດທຸກຄັນ ຕ້ອງໄດ້ເສຍພັນທະຄ່າທາງ. ໂດຍມາດຕະກາດ ກວດນັ້ນ ຈະໄດ້ເລີ່ມ ຫຼັງຈາກ ໝົດກໍານົດ ເວລາ ໃຫ້ມາເສຍຄ່າທາງໃນວັນທີ 30 ມິຖຸນາ 2019.
ມາດຕະການທີ່ຈະນໍາໃຊ້ ແມ່ນ ເຈົ້າໜ້າທີ່ ຈະກວດລົດທຸກຄັນ ຫາກບໍ່ໄດ້ເສຍຄ່າທາງ ຈະໃຫ້ເສຍກັບທີ່ ໂດຍຈະມີເຈົ້າໜ້າທີ່ເກັບເງິນ ຄອຍຖ້າບໍລິການ ກັບທີ່, ພ້ອມທັງຈະເສຍຄ່າປັບໃໝ ທີ່ໄດ້ກໍານົດໄວ້ ຄື 0.1% ຕໍ່ມື້.
ອີງຕາມແຈ້ງການ ເລກທີ 0975/ກງ ລົງວັນທີ 1 ເມສາ 2019 ທີ່ໄດ້ ຕໍ່ເວລາເສຍຄ່າທາງອອກໄປອີກ 3 ເດືອນ ຖ້າກາຍປັບໄໝ 0,1% ຕໍ່ມື້. ເພື່ອໃຫ້ປະຊາຊົນ ທີ່ຍັງບໍ່ທັນພ້ອມໃນການຊໍາລະຄ່າ ທໍານຽມທາງ ປີ 2019. ກະຊວງການເງິນອອກແຈ້ງການເລື່ອນໄລຍະເວລາສຳລັບການເສຍຄ່າທຳນຽມທາງອອກໄປອີກ 3 ເດືອນ ຈາກເດີມ 31 ມີນາ 2019 ມາເປັນ 30 ມິຖຸນາ 2019 ຖ້າກາຍປັບໄໝ 0,1% ຕໍ່ມື້ ຂອງຄ່າທຳນຽມທາງ.
ດັ່ງນັ້ນ, ຈິ່ງແຈ້ງ ມາຍັງທຸກຄົນ ທີ່ຍັງບໍ່ທັນໄປເສຍຄ່າທາງ ໃຫ້ດໍາເນີນການ, ເພາະຖ້າກາຍ ວັນທີ 30 ມິຖຸນາ 2019 ແລ້ວ ຈະຖືກປັບໃໝ ແນ່ນອນ
--------------------------------
Subscribe to:
Post Comments
(
Atom
)


Post a Comment